ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ຫັນ​ລະບົບ​ນຳ​ໃຊ້ເຮືອບິນຮົບ​ແບບ​ປັນຍາ​ປະດິດ


ເຮືອບິນຮົບບໍ່ມີຄົນຂັບ S-70 "Hunter"

     ສໍານັກຂ່າວຊິນຮ່ວາໃຫ້ຮູ້ ໂດຍອີງຕາມເວັບໄຊທ໌ "Izvestia" ຂອງ ຣັດເຊຍ ທີ່ລົງພິມບົດລາຍງານໃນວັນທີ 16 ກຸມພາ ທີ່ຜ່ານມາ, ໂດຍ ຣັດເຊຍ
ຈະນໍາໃຊ້ເຮືອບິນຮົບລະບົບປ້ອງກັນຕົວ Su-57 ລຸ້ນທີ 5 ຂອງ ຣັດເຊຍ ມາໃຊ້ຮ່ວມກັບເຮືອບິນຮົບບໍ່ມີຄົນຂັບ S-70 "Hunter" ເພື່ອປະກອບເປັນລະ
ບົບການບິນແບບປະສົມ. ສິ່ງດັ່ງກ່າວຈະຊ່ວຍຍົກສູງກຳລັງຄວາມສາມາດດ້ານການສູ້ຮົບຂອງກອງທັບອາກາດ ຣັດເຊຍ.

     ເຮືອບິນ S-70 ເປັນເຮືອບິນຮົບແບບບໍ່ມີຄົນຂັບ, ໂດຍຖືກສ້າງຂຶ້ນມາເປັນເຄື່ອງປ້ອງກັນທາງອາກາດທີ່ສາມາດຄວບຄຸມໄດ້ໃນໄລຍະຫຼາຍພັນກິໂລ
ແມັດ, ເຊິ່ງມັນຈະສາມາດທໍາລາຍເປົ້າໝາຍສຳຄັນຂອງກອງທັບສັດຕູ ໂດຍສັດຕູບໍ່ສາມາດສັງເກດເຫັນໄດ້ງ່າຍ.

     ຜູ້ຊ່ຽວຊານເຊື່ອວ່າ: ລະດັບເຕັກໂນໂລຊີ ໃນປັດຈຸບັນ ( ເຮືອບິນສູ້ຮົບແບບບໍ່ມີຄົນຂັບ S-70 ) ແມ່ນມີຄວາມສາມາດຢ່າງເຕັມທີ່ໃນໜ້າວຽກດັ່ງ
ກ່າວ. ກະຊວງປ້ອງກັນປະເທດ ຣັດເຊຍ ກຳລັງ ສຶກສາການລວມຕົວຂອງຍົນສູ້ຮົບ S-70 ແບບບໍ່ມີຄົນຂັບເຂົ້າບັນຈຸກັບຝູງບິນອື່ນໆ ໃນກອງທັບ, ໂດຍ
ສະເພາະແມ່ນຝູງບິນ Su-57, ໂດຍກໍານົດໜຶ່ງໃນສອງຫາສາມລໍາເຮືອບິນຮົບ Su-57 ຈະມີເຮືອບິນຮົບບໍ່ມີຄົນຂັບ S-70 ໜຶ່ງລໍາຢູ່ນຳ. ນີ້ແມ່ນການລິ
ເລີ່ມດຳເນີນງານຮ່ວມກັນ ໂດຍໃຊ້ເຕັກນິກໃໝ່ ແລະ ເຕັກໂນໂລຊີປັນຍາປະດິດ.

     ແຫຼ່ງຂ່າວໃຫ້ຮູ້ວ່າ: ແຜນການໃໝ່ນີ້ສາມາດຍົກສູງກໍາລັງຄວາມສາມາດດ້ານການສູ້ຮົບຂອງ ກອງທັບອາກາດ ຣັດເຊຍ ຍິ່ງຂຶ້ນ, ເປັນການປະຕິບັດ
ການໂຈມຕີທີ່ມີຄວາມແມ່ນຢຳສູງ, ຄາດວ່າມັນຈະເປັນການອຳນວຍຄວາມສະດວກທີ່ສຳຄັນທີ່ເປັນທ່າແຮງຂອງກອງທັບ.