ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອູແກຣນ ມີຄວາມສົນໃຈເຄື່ອງບິນໂຈມຕີແບບໃບພັດ


ເຄື່ອງບິນໂຈມຕີແບບໃບພັດລຸ້ນ EMB-314 ຫຼື A-29 Super Tucano

     ກອງທັບອາກາດຂອງ ອູແກຣນ ມີຄວາມສົນໃຈເຄື່ອງບິນໂຈມຕີແບບໃບພັດລຸ້ນ EMB-314 ຫຼື A-29 Super Tucano ເພື່ອນໍາມາທົດແທນເຄື່ອງບິນຊ້ອມຂັບ
ໄລ່ລຸ້ນ L-39 Albatros ທີ່ປະຈໍາການໃນກອງທັບປັດຈຸບັນ.

     ໂດຍໃນກ່ອນໜ້ານີ້, ທາງການກອງທັບ ອູແກຣນ ໄດ້ມີການເຂົ້າຢຽມຊົມໂຮງງານຜະລິດເຄື່ອງບິນທີ່ປະເທດ ບຣາຊິນ ເມື່ອປີ 2019 ທີ່ຜ່ານມາກ່ອນຈະມີການ
ຖະແຫຼງການວ່າ: ເຄື່ອງບິນລຸ້ນ A-29 Super Tucano ເປັນຕົວເລືອກໃນການພິຈາລະນາເຄື່ອງບິນທີ່ຈະນໍາມາທົດແທນເຄື່ອງບິນລຸ້ນທີ່ຈະປົດປະຈໍາການລຸ້ນ L-39C /
M / M1 Albatros ເຊິ່ງຖືກໃຊ້ງານໃນກອງທັບ ແລະ ໄດ້ຫຼ້າສະໄໝໄປແລ້ວ. ທັງນີ້, ເຄື່ອງບິນລຸ້ນດັ່ງກ່າວ, ນອກຈາກຈະເປັນເຄື່ອງບິນໂຈມຕີແບບໃບພັດທີ່ຫຼາຍໆປະ
ເທດໃຊ້ງານໃນກອງທັບຕົນແລ້ວ ຍັງໃຊ້ເປັນເຄື່ອງບິນສໍາລັບການເຝິກແອບນັກບິນຂອງກອງທັບອາກາດອີກດ້ວຍເຊັ່ນ: ຊີຣີ, ບຣາຊິນ ເປັນຕົ້ນ.