ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮືອບິນອາຍພົ່ນ T-X ຂອງສະຫະລັດທົດລອງບິນ​ຄັ້ງ​ທຳ​ອິດ


ເຮືອບິນອາຍພົ່ນ T-X

     ບໍລິສັດ ໂບອິ້ງ ຂອງ ສະຫະລັດ ໄດ້ທົດລອງການບິນໃນຂັ້ນພັດທະນາທາງວິສະວະກໍາ ແລະ ການຜະລິດຂອງເຮືອບິນເຝິກອາຍພົ່ນ T-X ທີ່ໄດ້ພັດທະນາຮ່ວມກັບບໍ
ລິສັດ Saab ຂອງສະວິເດັນ. ສໍາລັບການບິນທົດລອງຂັ້ນພັດທະນາຖ້ຽວທໍາອິດ ເມື່ອຕົ້ນເດືອນ ກໍລະກົດ 2019 ທີ່ຜ່ານມາໄດ້ມີການນໍາເຮືອບິນອາຍພົ່ນ T-X ເຮືອບິນ
ຕົ້ນແບບດ້ວຍລະຫັດ N381TX ທໍາການບິນເຊິ່ງບິນອອກຈາກໂຮງງານຜະລິດ ເຮືອບິນຂອງ ໂບອິ້ງໃນປະເທດ ສະຫະລັດ ໂດຍການທົດລອງບິນເປັນໄປດ້ວຍດີ, ທໍາການ
ບິນໄດ້ ຢ່າງມີປະສິດທິພາບ ແລະ ໜ້າພໍໃຈສໍາລັບການບິນທົດລອງໃນຄັ້ງທໍາອິດຂອງໂຄງການ.

     ເຮືອບິນອາຍພົ່ນ T-X ຕິດຕັ້ງເຄື່ອງຈັກອາຍພົ່ນ Turbo fan ແບບ General Elec tric Aviation GE 404, ຫ້ອງນັກບິນຕິດໜ້າຈໍສະແດງຜົນຂະໜາດໃຫຍ່
( LAD ), ກອງທັບອາກາດສະຫະລັດຕ້ອງການ T-X ຈໍານວນ 350 ລໍາເພື່ອມາປ່ຽນແທນ Northrop T-38 Talon ທີ່ເຂົ້າປະຈໍາການມາຕັ້ງແຕ່ປີ 1960 . T-X ຊຸດ
ທໍາອິດມີກໍານົດສົ່ງມອບໃຫ້ແກ່ກອງທັບອາກາດໃນປີ 2023 . ສາຍການຜະລິດທີ່ມີການຈັດຕັ້ງຂຶ້ນໃໝ່ ຂອງໂຮງງານສ້າງເຮືອບິນຂອງ ໂບອິ້ງ ຕັ້ງເປົ້າທີ່ຈະຜະລິດໃຫ້ໄດ້
ປະມານ 60 ໃນປີຕໍ່ໄປ.