ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຕ້ຫວັນທົດລອງເຮືອບິນ​ໄອ​ພົ່ນ T-5 Yung Yin


ເຮືອບິນ​ຂັບໄລ່ລຸ້ນ T-5 Yung Yi

     ໄຕ້ຫວັນ ( ຈີນ ) ໄດ້ເຮັດການທົດລອງເຮືອບິນເຝິກແອບຂັບໄລ່ລຸ້ນ T-5 Yung Yin ຫຼື Brave Eagle ທີ່ໄດ້ຮັບການພັດທະນາມາເພື່ອໃຊ້ງານໃນກອງທັບອາ
ກາດ ໄຕ້ຫວັນ, ໂດຍການທົດລອງຄັ້ງນີ້ມີຂຶ້ນເມື່ອ ວັນທີ 10 ມິຖຸນາ, ເຊິ່ງໄດ້ເລີ່ມບິນຂຶ້ນຈາກຖານບິນ ຊິງ ຊວນ ຄາງ ໂດຍໃຊ້ເວລາປະມານ 20 ນາທີ ເພື່ອກຽມສໍາ
ລັບການທົດລອງຢ່າງເປັນທາງການ ເຊິ່ງໄຕ້ຫວັນໄດ້ກໍານົດໄວ້ໃນ ວັນທີ 22 ມິຖຸນາ ໂດຍການທົດລອງບິນຄັ້ງນີ້ມີຂຶ້ນ 9 ເດືອນ ຫຼັງຈາກທີ່ ໄຕ້ຫວັນ ເປີດຕົວເຮືອບິນ
ລຸ້ນດັ່ງກ່າວນີ້ ໃນເດືອນ ກັນຍາ ປີ 2019.

     ກອງທັບອາກາດ ໄຕ້ຫວັນ ມີຄວາມຕ້ອງການເຮືອບິນເຝິກແອບຂັບໄລ່ T-5 Yung Yin ເພື່ອນໍາມາທົດແທນເຮືອບິນເຝິກແອບຂັບໄລ່ລຸ້ນ AIDC AT-3 ເຊິ່ງ ເປັນ
ລຸ້ນເກົ່າມີຈໍານວນ 66 ລໍາ ແລະ ໄດ້ມີການພັດທະນາມາເປັນລຸ້ນເຮືອບິນຂັບໄລ່ເບົາ AT-5 Yung Yin ເພື່ອຈະນໍາເຂົ້າປະຈໍາການທົດແທນເຮືອບິນຂັບໄລ່ລຸ້ນ F-5E/F
Tiger II ທີ່ປະຈໍາການໃນກອງທັບອາກາດໄຕ້ຫວັນຕໍ່ໄປ.