ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

Leonardo ຮ່ວມມືກັບ Di-mond ເປີດໂຕເຮືອບິນກວດກາທາງທະເລ DA-62MSA

     ບໍລິສັດ Leonardo ຂອງອີຕາລີ ຮ່ວມມືກັບບໍລິສັດ Di-mond ຂອງໂອຕຣິດ ເປີດໂຕເຮືອບິນກວດການ DA-62MSA. ເຮືອບິນກວດການຮຸ່ນ DA-62 MSA
ເປັນເຮືອບິນກວດການທາງທະເລຂະໜາດນ້ອຍທີ່ສາມາດຕອບສະໜອງ ການປະຕິບັດພາລະກິດທາງທະເລໃນໄລຍະສັ້ນ ແລະ ໄລຍະກາງ, ມີລາຄາບໍ່ສູງເໝາະສຳລັບ
ປະເທດ ທີ່ມີງົບປະມານບໍ່ສູງທີ່ຕ້ອງການເຮືອບິນກວດການທາງທະເລ ໂດຍມຸ້ງເນັ້ນເລື່ອງການຕະຫຼາດໄປຍັງເຂດອາເມຣິກາໃຕ້, ອາຟຣິກາ ແລະ ອາຊີ-ປາຊິກຟິກ.

     ໂດຍເຮືອບິນລໍາດັ່ງກ່າວນີ້ໄດ້ມີການຕິດຕັ້ງລາດາ Leonardo Gabbiano Ultra-Light TS ເຊິ່ງເປັນ​ເລດາທີ່ມີຄວາມສາມາດເຮັດໄດ້ຫຼາຍຢ່າງເຊັ່ນ: ການວັດ
ລະດັບຄື້ນລົມທະເລ, ການເຮັດແຜນທີ່ພື້ນຄວາມລະອຽດສູງຜ່ານ​​ເລດາ, ຊີ້ເປົ້າໝາຍການເຄື່ອນທີ່ພາກພື້ນດິນເຫລົ່ານີ້ເປັນຕົ້ນ. ນອກຈາກນີ້ຍັງມີລະບົບການສະໜັບສະ
ໜູນທາງອີເລັກໂທນິກ ( ESM ) ແບບ Leonardos SAGE ແລະ ລະບົບການສື່ສານແບບ Spider. ໂດຍຄາດການວ່າການຜະລິດຈະເລີ່ມຕົ້ນໃນທ້າຍປີນີ້ ແລະ ສາ
ມາດສົ່ງມອບໃຫ້ກັບປະເທດທີ່ຕ້ອງການເຮືອບິນຮຸ່ນດັ່ງກ່າວນີ້ໃນຊ່ວງເວລາຕໍ່ໄປ.