ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດໄຟຄວາມໄວສູງ​ເທັກ​ໂນ​ໂລ​ຢີຍີ່ປຸ່ນ​ເປີດ​ໃຫ້​ບໍລິ​ການ​ທີ່​ອັງກິດ


ຜະລິດຕະພັນຄຸນນະພາບສູງທີ່ໃຊ້ເທັກໂນໂລຢີທີ່ດີທີ່ສຸດຂອງຍີ່ປຸ່ນ

     ຂະບວນລົດໄຟທີ່ມີຊື່ວ່າ: ອາຊູມະ ຫຼື ຕາເວັນອອກໃນພາສາຍີ່ປຸ່ນຈະເຊື່ອມໂຍງລະ ຫວ່າງນະຄອນຫຼວງລອນດອນກັບເມືອງລິດໃນພາກກາງຂອງອັງກິດໃນໄລຍະ
ທາງ 300 ກິ ໂລແມັດໃນເສັ້ນທາງ East Coast Line ຂອງ LNER ​ໄດ້ເລີ່ມໃຫ້ບໍລິ ການຕັ້ງແຕ່ວັນທີ 15 ພຶດສະພາ ເປັນຕົ້ນໄປ.

     ລົດໄຟອາຊູມະສາມາດແລ່ນດ້ວຍຄວາມໄວ 200 ກິໂລແມັດຕໍ່ຊົ່ວໂມງ. ເຊິ່ງໄລຍະຕໍ່ໄປຈະໃຫ້ບໍລິການຈາກນະຄອນຫຼວງລອນດອນໄປຍັງສະກັອດແລນໃນໄລຍະ
ທາງ 930 ກິໂລ ແມັດ ເຊິ່ງລົດໄຟອາຊູມະມີການປັບປ່ຽນໃຫ້ໃຊ້ພະລັງງານປະສົມລະຫວ່າງນໍ້າມັນ ແລະ ໄຟຟ້າເພື່ອໃຫ້ສາມາດຂະຫຍາຍເສັ້ນທາງໄປຍັງ ສະກັອດແລນ
ໄດ້ໃນອານາຄົດ.

     ຮີຕາຊິ ສ້າງຕົວຖັງຂອງລົດໄຟນີ້ທີ່ໂຮງງານໃນ ແຂວງຢາມາງູຈິ ໃນພາກຕາເວັນຕົກຂອງຍີ່ປຸ່ນ ແລະ ປະກອບຂະບວນລົດໄຟໃນປະເທດອັງກິດ ໂດຍຮີຕາຊິເປັນໜຶ່ງ
ໃນຜູ້ຜະລິດລົດໄຟຄວາມໄວສູງ ຊິງກັນເຊັງ ຂອງຍີ່ປຸ່ນຕັ້ງແຕ່ປີ 1964.

     ທ່ານ ຈຸນນິຈິ ຄາວະ ຈາກບໍລິສັດຮີຕາຊິກ່າວວ່າ: ທາງບໍລິສັດຕ້ອງການນໍາສະເໜີຜະລິດຕະພັນຄຸນນະພາບສູງທີ່ໃຊ້ເທັກໂນໂລຢີທີ່ດີທີ່ສຸດຂອງຍີ່ປຸ່ນ. ທາງດ້ານທ່ານ
ໂຣບິນ ກີບີ ປະທານຂອງ LNER ລະບຸວ່າ: ບໍລິການລົດໄຟຄວາມໄວສູງທຽບເທົ່າກັບການເດີນທາງໂດຍເຮືອບິນແຕ່ວ່າສະດວກສະບາຍຫລາຍກວ່າ ໂດຍທາງບໍລິສັດມີ
ແຜນຈະເພີ່ມຈໍານວນຂະບວນລົດໄຟຈາກ 45 ຂະບວນໃນປັດຈຸບັນເປັນ 65 ຂະບວນໃນອານາຄົດ.