ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

Drone Spar­row ເຄື່ອງບິນບໍ່ມີຄົນຂັບແບບໃໝ່​ໄດ້​ຂຶ້ນ​ໂດຍ​ການ​ກະ​ໂດດ​ຄ້າຍຄື​ນົກ​ກະຈອກ


Drone Sparrow ເຄື່ອງບິນບໍ່ມີຄົນຂັບແບບໃໝ່​ຂອງບໍລິສັດ Passerine Air-craft

     ບໍລິສັດ Passerine Air-craft ນໍາສະເໜີແນວຄິດວີທີການບິນແບບໃໝ່ດ້ວຍການກະໂດດຄ້າຍຄືນົກກະຈອກ ເຊິ່ງມັນຈະບິນຂຶ້ນໄປເທິງອາກາດດ້ວຍການໃຊ້
ຂາກະໂດດລັກສະ ນະດຽວກັບທີ່ນົກກະຈອກກະໂດດກ່ອນຂຶ້ນບິນໃນອາກາດໂດຍໃນໄລຍະທຳອິດບໍລິສັດພັດທະ ນາຂະໜາດນ້ອຍ 2 ຮຸ່ນດ້ວຍກັນຮຽກລວມກັນວ່າ
Drone Spar­row. ( ໂດຣນ ສະ​ແປ​ໂຣ )

     ບໍລິສັດກໍາລັງພັດທະນາ  ໂດຣນ ສະ​ແປ​ໂຣ ຂະໜາດນ້ອຍທີ່ສາມາດກະໂດດຂຶ້ນບິນ  ໄດ້ຄ້າຍນົກກະຈອກ ເຊິ່ງໂດຣນທີ່ບໍລິສັດກຳລັງວິໄຈພັດທະນາແບ່ງອອກເປັນ 2
ຮຸ່ນຄື: BushPlane ໂດຣນຂະໜາດນ້ອຍໃຊ້ພະລັງງານໄຟຟ້າສາມາດໃຊ້ສອດແນມ ຫຼື ສົ່ງວັດສະດຸຂະໜາດນ້ອຍ.

     ນອກນັ້ນໂດຣນຮຸ່ນນີ້ຍັງສາມາດຂຶ້ນບິນໄດ້ດ້ວຍການກະໂດດ ແລະ ຮຸ່ນ Jumper ໂດຣນຂະໜາດນ້ອຍໃຊ້ພະລັງງານໄຟຟ້າ ມີຄວາມສາມາດໃນການຂຶ້ນບິນດ້ວຍ
ການກະໂດດໂດຍການໃຊ້ຂາທີ່ຊ່ວຍໃນການກະໂດດຕິດຕັ້ງໄວ້ບໍລິເວນລຳໂຕຂອງປີກໂດຣນຂອງ Jumper ຖືກອອກແບບໃຫ້ສາມາດພັບໄດ້ຮຽນແບບການພັບໄດ້ຂອງ
ປີກນົກ.

     ນອກຈາກການຂຶ້ນບິນດ້ວຍການກະໂດດແລ້ວໂດຣນ Jum-per ຍັງຖືກອອກແບບໃຫ້ສາມາດລົງຈອດໃນແນວດິ່ງໂດຍໃຊ້ຂາທັງສອງຂ້າງເຮັດໜ້າທີ່ຮັບນໍ້າໜັກ
ຄ້າຍສະປຣິງຂໍ້ຕີນຂອງນົກເມື່ອບິນໄປເກາະກັບກິ່ງໄມ້ນໍາອີກດ້ວຍ.