ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ​ນອກ​ແວ ​ຈະ​ຊື້​ລູກ​ສອນ​ໄຟ​ປ່ອບນຳ​ວິຖີ ຈາກ​ ສະຫະລັດ​ ອາ​ເມ​ລິ​ກາ


     ສໍານັກງານຄວາມຮ່ວມມືດ້ານຄວາມໝັ້ນຄົງ ກະຊວງປ້ອງກັນປະເທດ ສະຫະລັດ ອອກມາປະກາດວ່າ: ກະຊວງການຕ່າງປະເທດ ຂອງ ສະຫະລັດ
ອາເມຣິກາ ໄດ້ຕັດສິນໃຈຈະອະນຸມັດຂາຍຍຸດໂທປະກອນທາງການທະຫານ ໃຫ້ແກ່ປະເທດ ນອກແວ ທີ່ມີຄວາມຕ້ອງການຊື້ລູກສອນໄຟປ່ອຍນໍາວິຖີລຸ້ນ
Javelin FGM-148 ແລະ ອຸປະກອນທີ່ກ່ຽວຂ້ອງໃນມູນຄ່າປະມານ 36 ລ້ານໂດລາສະຫະລັດ.

     ສໍານັກງານການຮ່ວມມືດ້ານຄວາມໝັ້ນຄົງ ກະຊວງປ້ອງກັນປະເທດ ໄດ້ສົ່ງເອກະສານຮັບຮອງທີ່ມີ ຄວາມຈໍາເປັນ ເພື່ອແຈ້ງສະພາຮັບຮູ້ ເພື່ອພິຈາລະ
ນາ. ລັດຖະບານ ນອກແວ ຕ້ອງການຊື້ລູກສອນໄຟປ່ອຍນໍາວິຖີລຸ້ນ Javelin FGM-148 ໃນຈໍານວນ 120 ລູກ ແລະ ລູກສອນໄຟ ປ່ອຍນໍາວິຖີລຸ້ນ
Javelin FGM-148 Fly-to-Buy ຈໍານວນ 2 ລູກ ນອກຈາກນີ້ຍັງມີຊຸດຕິດຕັ້ງເພີ່ມຕື່ມສໍາລັບຊຸດຄວບຄຸມການຍິງລຸ້ນ Javelin Block 1 ຈໍານວນ
24 ຊຸດ, ເຄື່ອງອາໄຫຼ່ສໍາຮອງ, ເອກະສານທາງເຕັກນິກລວມໄປເຖິງການສະໜັບສະໜູນການເຝິກອົບຮົມໃນການໃຊ້ງານອີກ.