ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕົ້ນແບບ​ເຮືອ​ຮົບ​ຕິດ​ອາວຸດ​ຂອງ ​ຕວ໋ກກີ​ ເຂົ້າ​ສູ່​ການ​ທົດ​ສອບ​ໃນ​ທະ​ເລ


ເຮືອ​ຮົບ​ຕິດ​ອາວຸດ​ຂອງ ​ຕວ໋ກກີ

     ບໍລິສັດ Ares Shipyard ແລະ ບໍລິສັດ Meteksan Defence ຂອງ ຕວ໋ກກີ ໄດ້ເປີດຕົວຕົ້ນແບບທໍາອິດຂອງເຮືອຮົບ ໜ້ານໍ້າແບບບໍ່ມີຄົນຂັບ
ລຸ້ນ ULAQ ພ້ອມນັ້ນເມື່ອບໍ່ດົນມານີ້, ທັງສອງບໍລິສັດໄດ້ຮ່ວມການທົດສອບເຮືອລໍາດັ່ງກ່າວໃນທະເລ ເຊິ່ງໃຊ້ເວລາໃນການທົດສອບດົນພໍສົມຄວນ
ແຕ່ພາກສ່ວນກ່ຽວ ຂ້ອງບໍ່ໄດ້ເປີດເຜີຍລາຍລະອຽດຊັດເຈນໃນການເປີດຕົວ ແລະ ການທົດສອບຄັ້ງດັ່ງກ່າວ.

     ອີງຕາມແຜນການທໍາອິດເຮືອລຸ້ນດັ່ງກ່າວຈະຖືກເປີດຕົວໃນ ເດືອນ ທັນວາ 2020 ແລະ ຈະເຂົ້າຮ່ວມ ການຝຶກຊ້ອມຄັ້ງທໍາອິດໃນຕົ້ນ ປີ 2021 ແຕ່
ກໍໍຫຼ້າຊ້າອອກໄປ. ເຮືອລຸ້ນດັ່ງກ່າວມີຄວາມຍາວ 11 ແມັດ ແລະ ສາມາດຮອງຮັບນໍ້າໜັກບັນທຸກສູງສຸດ 2 ໂຕນ, ນອກຈາກນັ້ນຍັງສາມາດແລ່ນໄດ້ດ້ວຍ
ຄວາມໄວສູງສຸດ 398 ກິໂລແມັດຕໍ່ຊົ່ວໂມງ, ເຮືອລໍານີ້ຕິດລູກສອນໄຟນໍາວິຖີແບບ L-UMTAS ຈໍານວນ 2 ລູກ ເຊິ່ງເປັນອາວຸດປ່ອຍນໍາວິຖີຂະໜາດ
70 ມມ ນໍາວິຖີ ດ້ວຍລະບົບຈັບຄວາມຮ້ອນ (IR) ມີໄລຍະຍິງໄກສຸດ 8 ກິໂລແມັດ ຖືກອອກແບບມາເພື່ອທໍາລາຍເປົ້າໝາຍທັງແບບນິ້ງ ແລະ ເຄື່ອນທີ່.