ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດ​ກະບະພະລັງງານໄຟຟ້າສາກ​ຄັ້ງໜຶ່ງ​ແລ່ນ​ໄດ້​ໄກ 800 ກິໂລແມັດ


ລົດກະບະພະລັງງານໄຟຟ້າ

     ປົກກະຕິພວກເຮົາຈະບໍ່ຄ່ອຍໄດ້ເຫັນພາຫະນະທີ່ເຄື່ອນທີ່ດ້ວຍພະລັງງານໄຟຟ້າ ເພາະສ່ວນໃຫຍ່ ອຸປະກອນທີ່ໃຊ້ພະລັງງານໄຟຟ້າມັກຈະເປັນອຸປະກອນທີ່ມີຂະໜາດ
ນ້ອຍ. ແຕ່ດ້ວຍຄວາມກ້າວໜ້າທາງດ້ານເທັກໂນໂລຢີ ທາງບໍລິສັດເທສລາ (Tesla) ໄດ້ຜະລິດລົດກະບະພະລັງງານໄຟຟ້າລຸ້ນທໍາອິດຂອງໂລກ ແລະ ຫາກໍເປີດໂຕເມື່ອ
ບໍ່ດົນມານີ້. ລົດພະລັງງານໄຟຟ້າລຸ້ນນີ້ ມີການອອກແບບມາເປັນຢ່າງດີ  ຍັງມີຄວາມແຮງສາກຄັ້ງໜຶ່ງພາທ່ານບັນທຸກສິ່ງຂອງໄປໄດ້ໄກສຸດເຖິງ 800 ກິໂລແມັດ.

     ທັງນີ້ໂຄງສ້າງຂອງລົດແມ່ນ ຜະລິດຈາກ ສະແຕນເລດ ເຮັດໂຕເຮືອນລົດມີຄວາມແຂງແກ່ນ ແລະ ທົນທານ ແລະ ມີນໍ້າໜັກເບົາທັງສາມາດບັນທຸກສິ່ງຂອງໄດ້ຫຼາຍ,
ນອກນັ້ນທາງຫ້ອງຂັບກໍອອກແບບໃນຮູບແບບທີ່ຫຼູຫຼາ ແລະ ຕິດຕັ້ງອຸປະກອນທີ່ທັນສະໄໝເພື່ອຄວາມສະດວກສະບາຍ ໃນການເດີນທາງໄລຍະໄກ.