ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ​ໂຊ​ຕົວ​ແບບ​ລົດ​ໄຟ​ສາກົນ​ທີ່​ມີ​ຄວາມ​ໄວ​ສູງ


ລົດ​ໄຟ​ສາກົນ​ທີ່​ມີ​ຄວາມ​ໄວ​ສູງ

     ສຳນັກຂ່າວ ຊິນຮວາ ລາຍງານເມື່ອວັນທີ 19 ຕຸລາທີ່ຜ່ານມາໃຫ້ຮູ້ວ່າ: ວົງຈອນສົ່ງເສີມ ມະຫັດສະຈັນ ແລະ ຄວາມກ້າວໜ້າໃນອານາຄົດຂອງ ຈີນ ໄດ້ເປີດງານວາງ
ສະແດງອຸດສາຫະກຳການຜະລິດລົດໄຟຂົນສົ່ງສາກົນຂອງ ຈີນ ທີ່ ເມຶອງຊາງຊາ ແຂວງຫູໜານ ປະເທດຈີນ.

     ທຸກໆການປ່ຽນແປງດ້ານການຂົນສົ່ງ ຈະນຳການປ່ຽນແປງຢ່າງເລິກເຊິ່ງກ່ຽວກັບວິຖີຊີວິດ ແລະ ການດຳລົງຊີວິດຂອງມະນຸດ. ປັດຈຸບັນການຂົນສົ່ງທາງລົດໄຟແມ່ນ
ອີງໃສ່ຄວາມໄດ້ປຽບທາງດ້ານຄວາມສາມາດ ໃນການສັນຈອນທີ່ຍິ່ງໃຫຍ່, ມີຄວາມປອດໄພ ແລະ ຄວາມໄວສູງ, ກຳລັງຂະຫຍາຍ​ໂຕຢູ່ໃນໂລກຢ່າງຕໍ່ເນື່ອງ.

     ແຕ່ວັນທີ 18-20 ຕຸລາ ງານວາງສະແດງ ອຸດສາຫະກຳການຜະລິດລົດໄຟສາກົນ ແລະ ອຸປະກອນລົດໄຟສາກົນຂອງ ຈີນ ໄດ້ຈັດຂຶ້ນຢູ່ ເມືອງຊາງຊາ ແຂວງຫູໜານ.
ເທັກໂນໂລຢີທາງດ້ານລົດໄຟສາມາດເຮັດໃຫ້ນັກທ່ອງທ່ຽວເດີນທາງທັນກໍານົດເວລາ, ຈີນ ໄດ້ອອກແບບລົດໄຟຄວາມໄວສູງນໍາມາວາງໃນງານສະແດງ ໂດຍລົດໄຟຊະ
ນິດນີ້ມີຄວາມໄວທຽບເທົ່າກັບຍົນໂບອິງທໍາມະດາ, ໂດຍຈະຫັນເອົາການຂົນສົ່ງນັກທ່ອງທ່ຽວດ້ວຍລົດໄຟທັງມວນ. ຜ່ານເຫດການດັ່ງກ່າວກະແສການປ່ຽນແປງໃໝ່
ຂອງເທັກໂນໂລຢີ, ການຂົນສົ່ງທາງລົດໄຟຈະຊ່ວຍໃຫ້ມະນຸດກ້າວເຂົ້າສູ່ໄລຍະໃໝ່ ຂອງການພັດທະນາດ້ວຍຄວາມໄວທີ່ໄວ້ວາງໃຈ ແລະ ປອດໄພທີ່ສຸດ, ໂດຍຈະຖືກ
ມານໍາໃຊ້ໃນມໍ່ໆນີ້.