ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນນຳ​ສົ່ງ​ນັກ​ສຳຫລວດຂຶ້້ນສູ່​ດາວ​ອັງຄານ


     ສໍານັກຂ່າວ ຊີນຮ່ວາ ໃຫ້ຮູ້ວ່າ: ວັນທີ 17 ກໍລະກົດ, ດາວທຽມທຽນເຫີ່​ວນ-1 ຂອງ ຈີນ ໄດ້ຂຶ້ນສູ່ດາວອັງຄານ ເພື່ອທໍາການສໍາຫຼວດພື້ນທີ່.

     ເຖິງວ່ານີ້ແມ່ນພາລະກິດທຳອິດຂອງປະເທດ ຈີນ ທີ່ຈະສຳຫລວດດາວອັງຄານ, ແຕ່ມັນໄດ້ເຮັດໃຫ້ຈີນ ມີຈິນຕະນາການທີ່ບໍ່ມີວັນສິ້ນສຸດ ແລະ ຄາດຫວັງວ່າອາດ
ສາມາດນໍາໃຊ້ວິທະຍາສາດໄປສ້າງຫລາຍກິດຈະກໍາເທິງດາວອັງຄານໃນອະນາຄົດ.

     ນັກວິທະຍາສາດຫລາຍປະເທດຄາດວ່າ: ໃນໄລຍະຍາວການພັດທະນາຄວາມເປັນເອກະລັກຂອງມະນຸດເທິງດາວອັງຄານ, ລວມທັງການສົ່ງພົນລະເມືອງໄປຢູ່, ການ
ເຮັດກະສິກຳ, ອຸດສາຫະກຳ ແລະ ເຕັກໂນໂລຢີ ທີ່ທັນສະໄໝ. ນັກວິທະຍາສາດກ່າວວ່າ: ມະນຸດຈະຫັນປ່ຽນ ແລະ ສ້າງດາວອັງຄານໜ່ວຍນີ້ໄດ້ ກໍຕໍ່ເມື່ອມະນຸດສາມາດ
ສ້າງກະສິກຳຢູ່ເທິງດາວອັງຄານໄດ້.

     ທ່ານ ເຈີ້ນຢົງຊູນ ກ່າວວ່າ: ຖ້າມະນຸດຕ້ອງການຍ້າຍຖິ່ນຖານໄປຢູ່ ດາວອັງຄານ, ການກໍ່ສ້າງ ອະລິຍະທຳດ້ານກະສິກຳແມ່ນ ບາດກ້າວທຳອິດຢ່າງແນ່ນອນ, ຖ້າຢາກ
ສ້າງເຕັກໂນໂລຢີດ້ານກະສິກຳ, ຕ້ອງດັດແປງຄຸນນະພາບຂອງຜົນລະປູກ, ການຜະລິດກະສິກຳທີ່ຫລກາຫລາຍ, ພວກເຮົາ ຕ້ອງເປີດກວ້າງຂົງເຂດການຄົ້ນຄວ້າວິທະຍາ
ສາດດ້ານກະສິກຳໃໝ່, ຈຸດປະສົງຕົ້ນຕໍແມ່ນ ການຫັນປ່ຽນສະພາບແວດລ້ອມ. ນອກຈາກການສະໜອງອາຫານແລ້ວ, ພວກເຮົາຍັງຕ້ອງການໂຮງງານເພື່ອສະໜອງ ອົກ
ຊີ​ເຢັນ, ນໍ້າ ແລະ ອື່ນໆ, ເພື່ອໃຫ້ມະ ນຸດດໍາລົງຊີວິດຢູ່ໄດ້.