ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ປະສົບ​ຜົນສຳ​ເລັດ​​ໃນ​ການ​ທົດ​ລອງ​ລະບົບລົດ​ໄຟບໍ່​ມີ​ລາງ


     ສຳນັກຂ່າວ ຊິນຮວ່າລາຍງານວ່າ: ການທົດລອງລົດໄຟອັດສະລິຍະພະລັງງານໄຟຟ້າຮຸ່ນໃໝ່ທ່າມກາງສະພາບອາກາດອັນໜາວເຢັນລະດັບອຸນຫະພູມ -20 ອົງສາ ໄດ້
ປະສົບຜົນສໍາເລັດ. ການທົດລອງດ່ັງກ່າວເປັນການກວດກາການເຮັດວຽກຂອງລະບົບລາງຄືກັບ (virtual track) ວ່າສາມາດເຮັດວຽກໃນສະພາບອາກາດທີ່ໜາວເຢັນ
ຫຼາຍໄດ້ຢ່າງລຸລ່ວງ ຫຼື ບໍ່. ໂດຍລະບົບລົດໄຟບໍ່ໃຊ້ລາງນີ້ເປີດຕົວຄັ້ງທໍາອິດເມື່ອປີ 2018 ທີ່ຜ່ານມາພາຍໃຕ້ຊື່ລະບົບຂົນສົ່ງມວນຊົນຄວາມໄວເສັ້ນທາງລາງອັດຕະໂນມັດ
(AutonomousRail Rapid Transit-ART) ເຊິ່ງຈະເປັນການລວມຈຸດເດັ່ນຂອງລົດໂດຍສານປະຈໍາທາງກັບລົດໄຟເຂົ້າດ້ວຍກັນໂດຍຕົວລົດຈະສາມາດແລ່ນດ້ວຍ
ລະບົບບໍ່ມີຄົນຂັບໄປຕາມລາງຄືກັບ (virtualtrack) ທີ່ຢູ່ເທິງຖະໜົນແທນລາງ ຫຼື ປຽບໄດ້ຄືລົດໄຟທີ່ແລ່ນເທິງພື້ນຖະໜົນຫົນທາງນັ້ນເອງ.

     ລົດໄຟບໍ່ມີລາງນີ້ປະກອບດ້ວຍຕູ້ໂດຍສານ 3-5 ຕູ້ເຊິ່ງຈະສາມາດຮອງຮັບຜູ້ໂດຍສານໄດ້300-500 ຄົນ ໂດຍຈະມີຄ່າໃຊ້ຈ່າຍໃນການຜະລິດ ແລະ ຕິດຕັ້ງຖືກກວ່າ
ລົດໄຟແບບເກົ່າເຖິງ1 ຕື້ຢວນ ເມື່ອທຽບກັບໄລຍະທາງ10 ກິໂລແມັດ.