ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ວາງ​ແຜນ​ສະໜັບສະໜູນການພັດທະນາ ໂດຣນ


     ລັດຖະບານ ຍີ່ປຸ່ນ ກໍາລັງວາງແຜນທີ່ຈະໃຫ້ການສະໜັບສະໜູນ ດ້ານການເງິນເພື່ອການພັດທະນາໂດຣນ ລຸ້ນຕໍ່ໄປ ໂດຍທາງການຕ້ອງການທີ່ຈະສະໜັບສະໜູນຜູ້
ຜະລິດ ໂດຣນ ໃນປະເທດໃນຕະຫຼາດໂລກ ທີ່ປັດຈຸບັນຈີນຄອງຕະຫຼາດເຖິງ 70%.

     ຄວາມຊ່ວຍເຫຼືອດັ່ງກ່າວ ຈະມີທັງສິນເຊື່ອດອກເບຍຕໍ່າຈາກສະຖາບັນການເງິນຂອງພາກລັດ ລວມໄປເຖິງຈະມີການຫຼຸດພາສີ  ແລະ ໃຫ້ເງິນອຸດໜູນພິເສດທັງນີ້ ຜູ້
ຜະລິດຈະຕ້ອງປະຕິບັດຕາມ ເງື່ອນໄຂທີ່ກໍານົດເພື່ອຮັບການສະໜັບສະໜູນ ເຊິ່ງລວມເຖິງການປະຕິບັດຕາມຂັ້ນຕອນເພື່ອປ້ອງກັນການແຮັກເຂົ້າເຖິງພາບ ແລະ ການຮົ່ວ
ໄຫຼຂອງພາບທີ່ຖ່າຍໂດຍ ໂດຣນ ໂດຍປັດຈຸບັນຄວາມເປັນຜູ້ນໍາດ້ານ ໂດຣນ ຂອງ ຈີນ ກໍາລັງກໍ່ໃຫ້ເກີດຄວາມກັງວົນເລື່ອງຄວາມປອດໄພຂອງຂໍ້ມູນ.

     ຄາດວ່າໃນອະນາຄົດອຸດສາຫະກໍາ ໂລຈິດສຕິກ ແລະ ການເຮັດຟຣາມຂອງ ຍີ່ປຸ່ນ ຈະສະເໜີຮ່າງກົດໝາຍກ່ຽວກັບຄວາມຊ່ວຍເຫຼືອ ແລະ ແນວທາງຕໍ່ທີ່ປະຊຸມສະ
ພາໃນທ້າຍເດືອນນີ້.