ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນຈະ​ສົ່ງກຳປັ່ນສູ້​ຮົບ​ອີກ​ໜຶ່ງ​ລຳໄປ​ຕາ​ເວັນ​ອອກ​ກາງ


     ສໍານັກຂ່າວ ຊິນຮວາ ລາຍງານໃຫ້ຮູ້ວ່າ: ເຈົ້າໜ້າທີ່ລັດຖະບານ ຍີ່ປຸ່ນ ເປີດເຜີຍໃນວັນທີ 19 ຕຸລາ ທີ່ຜ່ານມາວ່າ, ລັດຖະບານ ຍີ່ປຸ່ນ ມີແຜນຈະສົ່ງກຳປັ່ນປ້ອງກັນ
ທາງທະເລອີກໜຶ່ງລຳໄປເຂດ ຕາເວັນອອກກາງເພື່ອປະຕິບັດໜ້າທີ່ເຝົ້າລະວັງການເຕືອນໄພໃຫ້ທັນການ.

     ເມື່ອວັນທີ 18 ຕຸລາ ທ່ານ ຊິນ ໂຊ ອາເບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ເຂົ້າຮ່ວມ ກອງປະຊຸມລັດ ຖະມົນຕີ ຄັ້ງທີ 4 ຂອງສະພາຄວາມໝັ້ນຄົງແຫ່ງຊາດ, ໂດຍມີ
ທ່ານ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ຫົວໜ້າ ຫ້ອງວ່າການ ລັດຖະບານ, ໄດ້ປຶກສາຫາລືກ່ຽວ
ກັບສະພາບການຢູ່ຕາເວັນອອກກາງ ແລະ ຄວາມຈໍາເປັນຂອງ ຍີ່ປຸ່ນ ທີ່ຈະຕ້ອງສົ່ງກອງກໍາລັງປ້ອງກັນທາງທະເລ.

     ກ່ອນໜ້ານີ້ ຍີ່ປຸ່ນ ໄດ້ກ່າວວ່າ: ຕົນບໍ່ມີຄວາມຕັ້ງໃຈທີ່ຈະເຂົ້າຮ່ວມ ”ພັນທະມິດທາງທະເລ” ທີ່ຖືກສ້າງຕັ້ງຂຶ້ນໂດຍ ສະຫະລັດອາເມຣິກາ ໃນເຂດອ່າວ ເປີເຊຍ, ແຕ່
ຕອນນີ້ ຍີ່ປຸ່ນ ມີແຜນຈະສົ່ງກຳລັງປ້ອງກັນທາງທະເລໄປປະຈຳເຂດນີ້ດ້ວຍຕົນເອງ, ບໍ່ກ່ຽວຂ້ອງກັບພາກສ່ວນໃດໆ.

     ທ່ານ Kono Taro ລັດຖະມົນຕີ ກະຊວງປ້ອງກັນປະເທດ ຂອງ ຍີ່ປຸ່ນ ໄດ້ຢືນຢັນໃນມື້ຕໍ່ມາວ່າ: ກຳປັ່ນຂົນສົ່ງສິນຄ້າຂອງ ຍີ່ປຸ່ນ ຫຼາຍລຳໄດ້ຖືກໂຈມຕີ ແລະ ແຊກ
ແຊງໃນເຂດນ່ານນໍ້າຂອງອ່າວ ເປີເຊຍ ໃນເດືອນທີ່ຜ່ານມາ, ເຊິ່ງເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.

     ອາເມຣິກາ ກຳລັງພະຍາຍາມສ້າງ ”ພັນທະມິດຕ້ານການຫຼອນ ໂຈມຕີ” ຢູ່ໃນເຂດນ່ານນໍ້າຂອງ ອ່າວເປີເຊຍ, ແຕ່ບໍ່ມີຜູ້ສະໜັບສະໜູນ, ບັນດາປະເທດ ພັນທະມິດໃນ
ເອີຣົບ ກໍບໍ່ເຕັມໃຈເຂົ້າຮ່ວມເຊັ່ນ: ເຢຍລະມັນ ແລະ ຫຼາຍປະເທດໃນ ເອີຣົບ ມີຄວາມກັງວົນວ່າການມີສ່ວນຮ່ວມຂອງກຳລັງນອກສະຖານະການໃນອ່າວຈະຊ່ວຍໃຫ້ມີ
ຄວາມປອດໄພໃນການເດີນເຮືອ, ແຕ່ມັນອາດຈະເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນຮຸນແຮງຂຶ້ນ. ດ້ວຍເຫດນີ້ ຍີ່ປຸ່ນ ຈໍາຕ້ອງສົ່ງເຮືອລາດຕະເວນຂອງຕົນໄປຍັງອ່າວ ເປີ
ເຊຍ ເພື່ອປົກປ້ອງຜົນປະໂຫຍດຂອງຕົນ.