ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບາເຣນທຸ່ມ​ເງິນ​ເກືອບ 2,5 ຕື້ ໂດລາ ​ເພື່ອ​ຊື້ລະບົບ​ລູກ​ສອນ​ໄຟ Patriot ຂອງ​ສະຫະລັດ


ລູກ​ສອນ​ໄຟ Patriot

     ຕາມຂ່າວຈາກໜັງສືພິມເອເລັກໂຕຣນິກຂອງ ກອງທັບປະຊາຊົນ ຫວຽດນາມ ສະບັບ ວັນທີ 16 ສິງຫາ 2019 ທີ່ຜ່ານມາວ່າ: ປະເທດ ບາເຣນ ມີແນວໂນ້ມທີ່ຈະ
ກາຍເປັນປະເທດທີ 17 ໃນໂລກ, ທີ່ຈະໄດ້ຄອບຄອງລະບົບລູກສອນໄຟນໍາວິຖີ Patriot Ad­vanced Anti-3 (PAC-3) ຂອງ ສະຫະລັດອາເມຣິກາ, ເຊິ່ງ ເປັນລູກ
ສອນໄຟຍິງຕ້ານລູກສອນໄຟ.

     ໂດຍ ບາເຣນ ມີແຜນການທີ່ຈະຊື້ລະບົບລູກສອນໄຟ Patriot ໃນມູນຄ່າເກືອບ 2,5 ຕື້ໂດລາ, ໃນ ນັ້ນມີລູກສອນໄຟ PAC-3 MSE 60 ລູກ, ລູກສອນໄຟ MIM-
104E GEM-T ຈຳນວນ 36 ລູກ ແລະ ອຸປະກອນອື່ນໆຕື່ມອີກ. ຂໍ້ສະເໜີຂອງ ລັດຖະບານ ບາເຣນ ຈະອານຸຍາດໃຫ້ສະຫະລັດ ເລີ່ມຕົ້ນການເຈລະຈາກັບກຸ່ມບໍລິສັດ
Raytheon ເພື່ອດຳເນີນການເຊັນສັນຍາຜະລິດລະບົບລູກສອນໄຟ Patriot ໃຫ້ບາເຣນ. ຜູ້ຮັບເໝົາຫຼັກໃນການສະໜອງລູກສອນໄຟ PAC-3 ແມ່ນບໍລິສັດ Lokheed
Martin.

     ທ່ານ Ralph Acaba ປະທານບໍລິສັດ Raytheon ຢືນຢັນວ່າ: ການຊື້-ຂາຍຄັ້ງນີ້ ຈະຊ່ວຍເພີ່ມຄວາມສາມາດໃນການປ້ອງກັນລູກສອນໄຟຂອງກອງ ທັບບາເຣນ,
ຊ່ວຍປ້ອງກັນໄພ ຂົ່ມຂູ່ໃນພາກພື້ນ. ບັນດາອຸປະກອນທີ່ປະກອບເຂົ້າໃນລະບົບລູກສອນໄຟ Patriot ລ້ວນແຕ່ໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ລູກສອນໄຟຮຸ່ນໃໝ່
ຫຼ້າສຸດນີ້ ແມ່ນໃຊ້ປະເພດຫົວຮົບທີ່ສາມາດຕີຕ້ານຂັບໄລ່ ແລະ ທຳລາຍເປົ້າໝາຍ. ນີ້ແມ່ນວິທີການ ທີ່ມີຄວາມແມ້ນຢໍາສູງທີ່ສຸດ ແລະ ສາມາດທໍາລາຍເປົ້າໝາຍດ້ວຍ
ໄລຍະໄກແທນທີ່ຈະເປັນຫົວລະເບີດ.

     ລູກສອນໄຟຮຸ່ນ PAC-3 ມີຄວາມສາມາດຍິງຕ້ານລູກສອນໄຟໄດ້ໄກເພີ່ມຂຶ້ນ 40 ກິໂລແມັດ ທຽບກັບລູກສອນໄຟຮຸ່ນ PAC-2 ທີ່ຍິງຕ້ານໄດ້ພຽງ 20 ກິໂລແມັດ,
ໃນຂະນະທີ່ລະດັບຕໍ່ຕ້ານເຮືອບິນສູ້ຮົບແມ່ນ 170 ກິໂລແມັດ. ນອກຈາກນັ້ນ, ການນໍາໃຊ້ເຄື່ອງຈັກແຮງດັນທີ່ໃຊ້ເຊື້ອໄຟເປັນທາດແຂງສອງຊັ້ນຍິ່ງຊ່ວຍໃຫ້ສະມັດຕະພາບ
ໃນການຍິງຂອງ PAC-3 ເພີ່ມຂຶ້ນສອງເທົ່າ. ພ້ອມກັນນັ້ນລູກສອນໄຟ ຊະນິດໃໝ່ນີ້ມີຂະໜາດນ້ອຍກະທັດຮັດ ຈຶ່ງເຮັດໃຫ້ສາມາດບັນຈຸ ໄດ້ຫຼາຍຂຶ້ນຈາກ 4 ລູກເປັນ 16
ລູກ.

     ມາຮອດປັດຈຸບັນ ອາເມຣິກາ ໄດ້ຂາຍລະບົບ Patriot ໃຫ້ແກ່ 16 ປະເທດພັນທະມິດເຊັ່ນ: ອີຢິບ, ເຢຍລະມັນ, ເກຣັກ, ອິດສະຣາແອນ, ຍີ່ປຸ່ນ, ກູເວດ, ເນເທີແລນ,
ຊາອຸດິດອາຣາບີ, ອາຣັບເອມິເຣດ, ແອັດສະປາຍ ແລະ ອື່ນໆ.