ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດຫຸ້ມເກາະສະເທືອນບົກສະເທືອນນໍ້າລຸ້ນ LAV-25


ລົດຫຸ້ມເກາະສະເທືອນບົກສະເທືອນນໍ້າລຸ້ນ LAV-25

     ລົດຫຸ້ມເກາະສະເທືອນບົກສະເທືອນນໍ້າລຸ້ນ LAV-25 ແມ່ນພາຫະນະທາງການທະຫານຂອງ ກອງທັບ ສະຫະລັດອາເມຣິກາ ທີ່ສາມາດໃຊ້ງານໄດ້ທັງທາງບົກ ແລະ
ທາງນໍ້າ, ເຊິ່ງມີເຄື່ອງຈັກໃຊ້ນໍ້່າມັນກາຊວນລຸ້ນ 6V53T, ອາວຸດປະກອບມີ: ປືນ M242 ຂະໜາດ 25 ມມ; ປືນກົນ M240 ຂະໜາດ 7,62 ມມ, ແລ່ນດ້ວຍໄລຍະ
ທາງໄກ 600 ກ່ວາ ກິໂລແມັດ, ດ້ວຍຄວາມໄວເທິງບົກ 99,7 ກິໂລ ແມັດຕໍ່ຊົ່ວໂມງ, ຄວາມໄວໃນນໍ້າ 9,6 ກິໂລແມັດຕໍ່ຊົ່ວໂມງ.

     ລົດຫຸ້ມເກາະສະເທືອນບົກສະເທືອນນໍ້າ ປະສົມປະສານຄວາມໄວ, ຄວາມຄ່ອງແຄ້ວ ແລະ ກໍາລັງຍິງ ເພື່ອສະແດງຄວາມສາມາດຫຼາຍລະດັບ, ເຊິ່ງລວມມີຄວາມ
ປອດໄພ, ການສັ່ງການ ແລະ ຄວບຄຸມ, ການສອດແນມ ແລະ ໂຈມຕີ, ບັນຈຸອຸປະກອນສື່ສານ ແລະ ຈັດກຽມຖານປະກອບອາວຸດ.

     ລົດຫຸ້ມເກາະລຸ້ນນີ້ ສາມາດໄປໄດ້ໃນທຸກສະພາບພູມີປະເທດ, ບໍ່ວ່າຈະເປັນທາງບົກ, ນໍ້າ ແລະ ໃຊ້ງານໄດ້ທັງໃນຍາມກາງຄືນ. ສາມາດລໍາລຽງຂົ່ນສົ່ງທາງອາກາດ
ໄດ້ໂດຍເຮືອບິນ C-130, C-141, C-5 ແລະ CH-53 E. ເມື່ອເຖິງເວລາໃຊ້ງານອາວຸດທີ່ປະກອບໃນ ລົດຫຸ້ມເກາະ ດັ່ງກ່າວສໍາລັບປືນ M242 ສາມາດບັນຈຸກະສຸນ
ພ້ອມໃຊ້ງານຈໍານວນ 210 ລູກ ແລະ ບັນຈຸອັດແໜ້ນໄດ້ 420 ລູກ; ປືນກົນ M240 ສາມາດບັນຈຸກະສຸນພ້ອມໃຊ້ງານຈໍານວນ 400 ລູກ ແລະ ບັນຈຸອັດແໜ້ນໄດ້
1.200 ລູກ. ມີລະເບີດຄວັນບັນຈຸພ້ອມໃຊ້ງານ 8 ລູກ. ນອກ ຈາກນີ້, ຍັງສາມາດປະກອບຕິດຕັ້ງເສີມ ປືນກົນ M240E1 ຂະໜາດ 7,62 ມມ ຢູ່ຕໍາແໜ່ງຖານຂອງຜູ້
ບັນຊາການ.

     ລົດຫຸ້ມເກາະ LAV-25, ເປັນ ລົດສະເທືອນບົກສະເທືອນນໍ້າ ທີ່ສາມາດປັບປ່ຽນຕົວເອງໃນການຂຶ້ນໃຊ້ງານເທິງບົກ ແລະ ລົງນໍ້າໄດ້ພາຍໃນ 3 ນາທີ.