ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈະຫຼວດ MOMO-3 ຂຶ້ນຂອງ​ຍີ່ປຸ່ນ​ສົ່ງ​ຂຶ້ນສູ່ອາວະກາດ ສຳ​ເລັດເປັນຄັ້ງທໍາອິດ


ຈະຫຼວດ MOMO-3 ຂອງບໍລິສັດເອກະຊົນດ້ານອາວະກາດຂອງຍີ່ປຸ່ນ

     ບໍລິສັດ Intersllar Tech­nology ເຊິ່ງເປັນບໍລິສັດເອກະຊົນດ້ານອາວະກາດຂອງຍີ່ປຸ່ນປະສົບຄວາມສໍາເລັດໃນການສົ່ງຈະຫຼວດ MOMO-3 ຂຶ້ນສູ່ອາວະກາດໄດ້
ເປັນຄັ້ງທໍາອິດ. ຄວາມສໍາເລັດຄັ້ງນີ້ເຮັດໃຫ້ບໍລິສັດ Intersllar Technology ກາຍເປັນບໍລິສັດເອກະຊົນດ້ານອາວະກາດບໍລິສັດທໍາອິດຂອງຍີ່ປຸ່ນ ທີ່ສາມາດສົ່ງຈະຫຼວດ
ຂຶ້ນສູ່ອາວະກາດພ້ອມນໍາຍີ່ປຸ່ນເຂົ້າສູ່ການແຂ່ງຂັນດ້ານເທັກໂນໂລຢີອາວະກາດຍຸກໃໝ່ ທີ່ຂັບເຄື່ອນດ້ວຍບໍລິສັດເອກະຊົນເຊັ່ນດຽວກັບບໍລິສັດເອກະຊົນຫຼາຍແຫ່ງໃນສະ
ຫະລັດອາເມຣິກາ, ຈີນ ແລະ ທະວີບເອີຣົບ.

     ຈະຫຼວດ MOMO-3 ທະຍານຂຶ້ນຈາກຖານປ່ອຍຈະຫຼວດເທິງເກາະຮອກໄກໂດທາງຕອນເໜືອຂອງປະເທດຍີ່ປຸ່ນ. ຈະຫຼວດMOMO-3 ເປັນຈະຫຼວດປະເພດ
Sounding Rocket ສາມາດຂົນສົ່ງດາວທຽມຂະໜາດນ້ອຍເຊິ່ງມີນໍ້າໜັກປະມານ 20 ກິໂລກຣາມ ຂຶ້ນສູ່ອາວະກາດທີ່ມີລະດັບຄວາມສູງປະມານ 110 ກິໂລແມັດ.
ຈະຫຼວດໃຊ້ເຊື້ອເພີງແຫຼວພະລັງງານຈາກ Heliun Cylindinders, Ethannal Fuel ແລະ Liquid Oxgen ເຊິ່ງພັດທະນາໂດຍບໍລິສັດ Intersllar Technology
ມີຄວາມຍາວປະມານ 10 ແມັດ, ມີເສັ້ນຜ່າກາງ 50 ຊັງຕິແມັດ.

     ບໍລິສັດ Intersllar Technology ກໍ່ຕັ້ງຂຶ້ນໃນປີ 2017, ບໍລິສັດໄດ້ຕັ້ງເປົ້າໝາຍທີ່ຈະສົ່ງດາວທຽມດວງທໍາອິດຂຶ້ນສູ່ອາວະກາດໃນປີ 2020. ຄວາມສໍາເລັດດັ່ງ
ກ່າວບໍ່ໄດ້ເກີດຂຶ້ນມາງ່າຍໆເພາະບໍລິສັດດັ່ງກ່າວເຄີຍລົ້ມ ​ແລະ ຜິດພາດໃນການທົດລອງສົ່ງຈະຫຼວດ MOMO-1 ໃນປີ 2017 ຈະຫຼວດທະຍານຂຶ້ນໄປທີ່ລະດັບຄວາມ
ສູງໄດ້ພຽງ 20 ກິໂລແມັດ ແລະ ການທົດລອງຈະຫຼວດ MOMO-2 ໃນປີ 2018 ຈະຫຼວດລະເບີດຢ່າງຮຸນແຮງຫລັງຈາກທະຍານ ຂຶ້ນຈາກພື້ນດິນໄດ້ບໍ່ພໍເທົ່າໃດນາທີ
ຈາກຄວາມຜິດພາດທັງ 2 ຄັ້ງທີມງານຂອງບໍລິສັດ Intersllar Technology ໄດ້ໃຊ້ຄວາມພະຍາຍາມໃນການເກັບຊິ້ນສ່ວນຈະຫລວດທີ່ລະເບີດນໍາມາຄົ້ນຫາສາເຫດ,
ປັບປຸງພັດທະນາ ແລະ ກໍເຮັດໃຫ້ພົບກັບຄວາມສໍາເລັດໃນການທົດລອງຄັ້ງທີ 3 ຄືຈະຫຼວດ MOMO-3 ເຊິ່ງຫາກໍທົດລອງເມື່ອບໍ່ດົນມານີ້.