ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ອິນເດຍ ທົດ​ລອງ​ຍິງ​ລູກ​ສອນ​ໄຟທີ່​ຜະລິດ​ເອງ​ພາຍ​ໃນ​ປະ​ເທດ


ລູກສອນໄຟລຸ້ນ Multi­Barrel Rocket Launcher (MBRL)

     ສຳນັກຂ່າວ ເຈມ ລາຍງານ ໃນວັນທີ 20 ເມສາ ນີ້ວ່າ: ກອງທັບ ອິນເດຍ ຮ່ວມກັບອົງການພັດທະນາ ແລະ ຄິດຄົ້ນ ກະຊວງປ້ອງກັນປະເທດ ໄດ້ຈັດ
ຕັ້ງພິທີຍິງທົດລອງລູກສອນໄຟລຸ້ນ Multi­Barrel Rocket Launcher (MBRL) ທີ່ ເມືອງ ປອກຮ່າ​ນ ແຂວງ ຣາຈາທານ.

     ອີງຕາມຂໍ້ມູນຈາກ ກະຊວງປ້ອງກັນປະເທດ ອິນເດຍ ໃຫ້ຮູ້ວ່າ: ການຍິງທົດລອງໃນຄັ້ງນີ້ ແມ່ນຈັດຂຶ້ນໃນວັນທີ 19 ເມສາ ທີ່ຜ່ານມາ, ໂດຍພາກ
ສ່ວນທີ່ກ່ຽວຂ້ອງໄດ້ນຳເອົາລູກສອນໄຟ ສອງລະບົບຈຳນວນ 24 ລູກມາຍິງທົດລອງ, ພາຍຫຼັງທີ່ມີການປັບປຸງບາງຈຸດ. ຜ່ານການຍິງທົດລອງຕົວຈິງເຫັນ
ໄດ້ວ່າ ຄະນະນຳກະຊວງປ້ອງກັນປະເທດ ອິນເດຍ ມີຄວາມພໍໃຈຫຼາຍຕໍ່ຜົນທີ່ໄດ້ຮັບໃນການທົດລອງໃນຄັ້ງນີ້.

     ສຳລັບລູກສອນໄຟ ລຸ້ນນີ້ ມັນຖືກອອກແບບໂດຍ ກະຊວງປ້ອງກັນປະເທດ ອິນເດຍ ແລະ ຖືກຜະລິດໃນປີ 1986 ແລະ ໄດ້ມີການຍົກລະດັບໃນປີ
2020 ທີ່ຜ່ານມາ, ເຊິ່ງມັນຈະມີຂະໜາດ 122 ມມ ແລະ ມີນ້ຳໜັກລວມ ປະມານ 100 ກິໂລກຣາມ, ສາມາດຍິງໄດ້ໄກເຖິງ 90 ກິໂລແມັດ, ຄວາມຍາວ
2,91 - 5,17 ແມັດ, ໂດຍຈະຕິດຕັ້ງໃສ່ລົດບັນທຸກຕີນຢາງ 8x8 ແລະ ສາມາດບັນທຸກໄດ້ 12 ລູກຕໍ່ຄັນ ປັດຈຸບັນມີປະຈຳການຫຼັກຢູ່ໃນກອງທັບ ອິນ
ເດຍ ແລ້ວຈຳນວນຫຼາຍ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 22/04/2022