ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົສຕຣາລີ ສຳ​ເລັດ​ການ​ທົດ​ລອງກຳ​ປັ່ນ​ບັນທຸກ​ຍົນ


     ຕາມຂ່າວຈາກ QDND Online ລາຍງານໃນວັນທີ 19 ພະຈິກ 2019 ນີ້ວ່າ: ກໍາປັ່ນບັນທຸກ HMAS Sydney ທີ່ຂຶ້ນກັບ ກໍາປັ່ນ Hobart ຂອງ ອົສຕຣາລີ ໄດ້
ສໍາເລັດການທົດລອງໃນທະເລ ແລະ ກຽມພ້ອມທີ່ຈະເຂົ້າປະຈໍາການໃນກອງທັບເຮືອອົສຕຣາລີ ໃນມໍ່ໆນີ້.

     ທ່ານນາງ Linda Reynolds ລັດຖະມົນຕີ ກະຊວງປ້ອງກັນປະເທດ ອົສຕຣາລີ ໄດ້ກ່າວວ່າ: ນີ້ ແມ່ນຂີດໝາຍທີ່ມີຄວາມໝາຍຄວາມສຳຄັນສຳລັບຂະບວນການ
ພັດທະນາໂຄງການພ້ອມທັງຄວາມພະຍາຍາມຂອງ ລັດຖະບານທີ່ກໍາລັງພັດທະນາໃນການປັບປຸງຄວາມອາດສາມາດໃນການສູ້ຮົບໃຫ້ມີຄວາມທັນສະໄໝ ໂດຍສະເພາະ
ແມ່ນການປ້ອງກັນຝ່າຍກົງກັນຂ້າມຢູ່ໃນທະເລ.

     ທ່ານນາງ Reynolds ຍັງໄດ້ກ່າວຕື່ມອີກວ່າ ການປະສົມປະສານທາງດ້ານເທັກໂນໂລຢີ ທີ່ສົມບູນແບບລະຫວ່າງ ອົສຕຣາລີ ແລະ ຄູ່ຮ່ວມງານຫຼາຍຄົນໃນໂລກ ໄດ້
ສ້າງກໍາປັ່ນບັນທຸກທີ່ມີຊື່ສຽງລະດັບໂລກ ເຊັ່ນກໍາປັ່ນ HMAS Sydney. ກໍາປັ່ນເຫຼົ່ານັ້ນຈະຊ່ວຍໃຫ້ ກອງທັບເຮືອ ອົສຕຣາລີປະຕິ ບັດໜ້າທີ່ກັບບັນດາປະເທດ ທີ່ເປັນພັນ
ທະມິດໄດ້ຢ່າງໃກ້ສິດ.

     ບັນດາກໍາປັ່ນທີ່ຂຶ້ນກັບກໍາປັ່ນ Hobart ໄດ້ຄົ້ນຄວ້າຮູບແບບ ແລະ ການກໍ່ສ້າງບົນພື້ນຖານ ກໍາປັ່ນຖານທີ່ຜະລິດໂດຍ ບໍລິສັດ Navantia ຂອງປະເທດ ສະເປນ ເຊິ່ງ
ມີຄວາມຍາວ 147 ແມັດ,ກວ້າງ18,6 ແມັດ, ມີເຄື່ອງຈັກປັ່ນກະແສໄຟຟ້າ 2 ເຄື່ອງຂະໜາດ 7LM2500 ແລະ ເຄື່ອງຈັກເຮືອທີ່ນໍາໃຊ້ນ້ຳມັນກະຊວນ 2 ເຄື່ອງທີ່ສາມາດ
ເລັ່ງຄວາມໄວສູງສຸດ 52 ກິໂລ ແມັດຕໍ່ຊົ່ວໂມງ ແລະ ສາມາດແລ່ນໄດ້ໄກເຖິງ 9.000 ກິໂລແມັດ.