ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກົາຫຼີເໜືອ ປະສົບຜົນສໍາເລັດໃນການທົດລອງລູກສອນໄຟຮຸ່ນໃໝ່ ທີ່​ຍິງຈາກກໍາປັ່ນດໍານໍ້າ
ຍິງ​ລູກ​ສອນ​ໄຟ SLBM ( Submarin-Launched Ballistic Missile)


     ຕາມຂ່າວຈາກ QDND ລາຍງານໃຫ້ຮູ້ວ່າ: ເກົາຫຼີເໜືອ ໄດ້ປະສົບຜົນສໍາເລັດໃນການທົດ ລອງຍິງລູກສອນໄຟຮຸ່ນໃໝ່ ຈາກກໍາປັ່ນດໍານໍ້າ SLBM . ລູກສອນ
ໄຟຮຸ່ນໃໝ່ ທີ່ມີຊື່ Pukguksong-3 ໄດ້ມີການທົດລອງຍິງລັກສະນະແນວຕັ້ງຢູ່ເຂດນອກຊາຍຝັ່ງທະເລ Wonsan. ອີງຕາມສໍານັກຂ່າວກາງຂອງ ເກົາຫຼີເໜືອ ໄດ້ໃຫ້
ຮູ້ວ່າ: ການທົດລອງຍິງລູກສອນໄຟໃນຄັ້ງນີ້ ໄດ້ຮັບການຢັ້ງຢືນທາງດ້ານວິທະຍາສາດ ຂອງ ບັນດາຂໍ້ກໍານົດທາງດ້ານເຕັກນິກ ແລະ ຍຸດທະສາດທີ່ສໍາຄັນຂອງລູກສອນ
ໄຟໃນຍຸກສະໄໝໃໝ່, ເພື່ອປ້ອງກັນການຂົ່ມຂູ່ຈາກບັນດາປະເທດມະຫາອໍານາດ.

     ໃນຂະນະດຽວກັນ ທ່ານ ຄິມ ຈອງ ອຶນ ຜູ້ນໍາສູງສຸດຂອງ ເກົາຫຼີເໜືອ ກໍໄດ້ສົ່ງຄວາມຍິນດີເຖິງບັນດານັກວິທະຍາສາດທີ່ເຂົ້າຮ່ວມໃນການທົດລອງໃນຄັ້ງນີ້.

     ກ່ອນໜ້ານັ້ນ ເກົາຫຼີໃຕ້ ກໍໄດ້ປະສົບຜົນສໍາເລັດໃນການທົດລອງຍິງລູກສອນໄຟ ທີ່ຍິງຈາກ ກໍາປັ່ນດໍານໍ້າເຊິ່ງລູກສອນໄຟດັ່ງກ່າວ ມີໄລຍະຍິງໄກໄດ້ເຖິງ 450 ກິ
ໂລແມັດ ໃນລະດັບຄວາມສູງ 910 ກິໂລແມັດ ການທົດລອງຍິງລູກສອນໄຟຂອງ ເກົາຫຼີໃຕ້ ໄດ້ເຮັດໃຫ້ລູກສອນໄຟດັ່ງກ່າວໄປຕົກໃສ່ເຂດເສດຖະກິດພິເສດຂອງ ຍີ່ປຸ່ນ
ແລະ ໄດ້ເຮັດໃຫ້ເຂດດັ່ງກ່າວໄດ້ຮັບຜົນກະທົບຈາກການທົດລອງຂອງລູກສອນ ໄຟດັ່ງກ່າວຂອງເກົາຫຼີໃຕ້.

     ໃນຂະນະດຽວກັນ ສະຫະລັດ ກໍໄດ້ຮຽກຮ້ອງໃຫ້ຢຸດຕິການເຄື່ອນໄຫວດັ່ງກ່າວ ແລະ ໃຫ້ປະຕິບັດຕາມສັນຍາການເຈລະຈາບັນຫານິວເຄຼຍທີ່ຈັດຂຶ້ນໃນໄລຍະທີ່
ຜ່ານມາ.