ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ສຳ​ເລັດ​ການ​ທົດ​ສອບ​ຍົນ​ບໍ່​ມີ​ຄົນ​ຂັບ​ພະລັງງານ​ແສງ​ອາທິດ Mozi 2


     ບໍລິສັດຜະລິດ ຍົນອາວເຄີໄຊຊຽງໄຮ້ຈໍາກັດ (OXAI Aircraft Co., Ltd) ໄດ້ເປີດເຜີຍການນໍາອາກາດສະຍານບໍ່ມີຄົນຂັບພະລັງງານແສງອາທິດໂມຈື່ 2 ຂຶ້ນບິນ
ທົດສອບເປັນຄັ້ງທໍາອິດ ທີ່ສະໜາມບິນ ເມືອງ ຫູໂຈ ທາງພາກຕາວັນອອກຂອງຈີນ.

     ໂດຍຍົນບໍ່ມີຄົນຂັບ ໂມຈື່ 2 ມີ ໄລຍະຫ່າງລະຫວ່າງປາຍປີກທັງສອງຂ້າງແມ່ນ 15 ແມັດ, ຂັບເຄື່ອນດ້ວຍພະລັງງານແສງອາທິດ ຈາກແຜງໂຊລາເຊວເທິງປີກ ແລະ
ສາມາດບິນໃນລະດັບສູງສຸດ 8.000 ແມັດ ພ້ອມນັ້ນຍັງໃຊ້ງານຮ່ວມກັບຜູ້ໃຫ້ບໍລິການເຄືອຂ່າຍສັນຍານຄວາມໄວສູງ 5G ເພື່ອຂະຫຍາຍການປະຍຸກໃຊ້ໃຫ້ຍົນບໍ່ມີຄົນ
ຂັບນີ້ທັນສະໄໝຂຶ້ນອີກດ້ວຍ.

     ນອກຈາກນີ້ ຍົນລໍາດັ່ງກ່າວຍັງຈະຖືກນໍາໄປໃຊ້ກອບ​ກູ້ ໄພພິບັດ, ລາດຕະເວນ, ຕິດຕໍ່ສື່ສານ ແລະ ຍັງສາມາດບິນດ້ວຍຄວາມໄວຕໍ່າເປັນເວລາດົນ12 ຊົ່ວໂມງໃນ
ຕອນກາງຄືນ ຫຼັງຈາກສະສົມພະລັງງານ ຈາກແສງອາທິດເປັນເວລາ 8 ຊົ່ວໂມງ.