ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອຸປະກອນຊວ່ຍ​ແປ​ພາສາ​ຕ່າງປະ​ເທດ​ທີ່​ດີ​ທີ່​ສຸດ​​ໃນ​ຍຸກ​ນີ້


ອຸປະກອນຊວ່ຍ​ແປ​ພາສາໄດ້ເຖິງ 80 ພາສາ

     ໃນປັດຈຸບັນນີ້ການເຮັດວຽກ ຫຼື ການພົວພັນກັບຕ່າງປະເທດນັ້ນມັກຈະມີບັນຫາໜຶ່ງທີ່ສ້າງຄວາມກັງວົນໃຈນັ້ນກໍຄືການສົນທະນາພາສາຕ່າງປະເທດ, ແຕ່ຕໍ່ໄປນີ້ບັນ
ຫາດັ່ງກ່າວ ອາດຈະບໍ່ແມ່ນບັນຫາໃຫຍ່ອີກແລ້ວ ເພາະທາງເວບໄຊ indiegogo ໄດ້ເປີດລະດົມທຶນເພື່ອຈະສ້າງ travis the translation ເປັນອຸປະກອນທີ່ຈະມາຊ່ວຍ
ແປພາສາສຸດລໍ້າແບບຄຳຕໍ່ຄຳປະໂຫຍກຕໍ່ປະໂຫຍກທີ່ມີຄວາມຖືກຕ້ອງວ່ອງໄວ.

     ອຸປະກອນທີ່ວ່ານີ້ມີຂະໜາດເທົ່າກັບໂທລະສັບຮຸ່ນເກົ່າທີ່ມີຝາພັບພ້ອມຊີມກາດ, ມັນສາມາດຮອງຮັບ wi-fi ແລະ ແປພາສາໄດ້ເຖິງ 80 ພາສາໃນຄະນະທີ່ເຮົາເຊື່ອມຕໍ່
ອິນເຕີເນັດແຕ່ຖ້າເຮົາບໍ່ໄດ້ເຊື່ອມຕໍ່ອິນເຕີເນັດມັນກໍຍັງສາມາດແປພາສາໄດ້ 20 ພາສາ.

     ສ່ວນວິທີການໃຊ້ງານກໍພຽງແຕ່ເຮົາຕັ້ງສອງພາສາທີ່ເຮົາຕ້ອງການສົນທະນາລະບົບມັນກໍຈະເຮັດວຽກໃຫ້ທັນທີ. ຜູ້ຊ່ຽວຊານໄດ້ລະບຸວ່າ: ເທັກໂນໂລຢີນີ້ເປັນເທັກໂນໂລ
ຢີທີ່ດີ ແລະ ລໍ້າສະໄໝທີ່ສຸດ.