ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ກຽມ​ນຳ​ໃຊ້​ກ​ຳປັ່ນບັນທຸກ​ກ​ຳປັ່ນບິນ​ຂະໜາດ​ໃຫ່ຍ


ກຳ​ປັ່ນບັນທຸກຂະໜາດໃຫຍ່ USS Gerald R. Ford

     ໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ກຳ​ປັ່ນບັນທຸກຂະໜາດໃຫຍ່ USS Gerald R. Ford ຂອງ ກອງທັບເຮືອ ສະຫະລັດອາເມຣິກາ
ເຊິ່ງເປັນກໍາປັ່ນສູ້ຮົບລາຄາແພງທີ່ສຸດໃນໂລກ ພ້ອມແລ້ວສຳລັບໜ້າທີ່ສູ້ຮົບ.

     ກຳ​ປັ່ນບັນທຸກ USS ຈະຖືກນໍາໄປໃຊ້ເປັນຄັ້ງທໍາອິດໃນທ້າຍປີນີ້, ກອງທັບເຮືອ ອາເມຣິກາ ໄດ້ອະນຸມັດໃບຢັ້ງຢືນຄວາມພ້ອມຂອງກຳປັ່ນບັນທຸກກຳ
​ປັ່ນບິນ USS ອີງຕາມເຈົ້າໜ້າທີ່ ຂັ້ນສູງທີ່ຮັບຜິດຊອບ ກຳປັ່ນ USS ໄດ້ໃຫ້ຮູ້ວ່າ: ເຮືອລຳນີ້ ໄດ້ບັນລຸຄວາມສາມາດໃນການທົດລອງເບື້ອງຕົ້ນ (IOC)
ໃນ ເດືອນ ທັນວາ 2021 ຜ່ານມາ. IOC ແມ່ນຄໍາທີ່ໃຊ້ເພື່ອພັນລະນາລະບົບອາວຸດທີ່ໄດ້ຮັບການຢັ້ງຢືນໃໝ່ ທີ່ມີແສນຍານນຸພາບສໍາລັບພາລະກິດຕໍ່ສູ້
ທີ່ແນ່ນອນ. USS ແມ່ນກຳ​ປັ່ນບັນທຸກກຳ​ປັ່ນບິນລຳທຳອິດຂອງ Ford. ກຳ​ປັ່ນບັນທຸກເຮືອບີນຈະມາປ່ຽນແທນ ເຮືອບີນ Nimitz ໃນປັດຈຸບັນ. ຕາມອົງ
ການຄົ້ນຄວ້າຂອງ ລັດຖະສະພາອາເມຣິກາກ່າວ ວ່າ: ລາຄາ 13,3 ຕື້ໂດລາ, ກຳປັ່ນບັນທຸກເຮືອບິນ USS ກາຍເປັນກຳປັ່ນທີ່ມີລາຄາແພງທີ່ສຸດໃນໂລກ.
ນອກນັ້ນ, ຍັງມີຄ່າໃຊ້ຈ່າຍຫຼາຍຕື້ ບໍ່ໄດ້ລວມໃສ່ງົບປະມານຂອງເຮືອບິນຫຼາຍກວ່າ 70 ລໍາທຸກປະເພດທີ່ກຳປັ່ນບັນທຸກ. USS ສາມາດບັນທຸກຍົນສູ້ຮົບ
ໄດ້ປະມານ 40 ຫາ 50ລໍາ, ຍົນສູ້ຮົບເອເລັກໂຕຣນິກ EA-18G Growler ລຸ້ນລະ 5 ລໍາ, ເຮລີກົບແຕ MH-60 Seahawk 19 ລໍາ, ເຮືອບິນ ເຕືອນ
ໄພລ່ວງໜ້າທາງ ອາກາດ E-2D Hawkeye 4 ລໍາ ແລະ ເຮືອບິນຂົນສົ່ງ MV-22BOsprey ສອງລຳ. ໃນຄະນະປະຕິບັດໜ້າທີ່, USS ຖືກນໍາ ໂດຍກຳ
​ປັ່ນປ້ອງກັນທີ່ຕິດລູກສອນໄຟນໍາທາງ, ກຳ​ປັ່ນໂຈມຕີ, ກຳ​ປັ່ນດໍານໍ້າໂຈມຕີທີ່ໃຊ້ພະລັງ ງານນິວເຄລຍ ແລະ ກຳ​ປັ່ນສະໜັບສະໜູນ.

     ຫວ່າງມໍ່ໆມານີ້ USS ໄດ້ສຳເລັດການທົດລອງການຢັ້ງຢືນການບິນຂຶ້ນ-ລົງຢູ່ ເທິງກຳ​ປັ່ນຂອງ ເຮລີກົບແຕ ຫຼາຍກວ່າ 400 ຖ້ຽວ ທັງເວັນ ແລະ ຄືນ,
ຄາດວ່າກຳປັ່ນບັນທຸກເຮືອບິນ USS ຈະສືບຕໍ່ທົດລອງຢູ່ທະເລໃນ ເດືອນ ເມສາ ແລະ ກະກຽມອອກເດີນທາງໃນທ້າຍປີນີ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 21/04/2022