ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະ​ເທດສະມາຊິກ ນາໂຕ ຈະ​ເປີດ​ສູ​ນອົບຮົມ​ຢູ່ ກຣົວຊີ


     ຕາມຂ່າວຈາກເວັບໄຊ້ໜັງສືພິມກອງທັບປະຊາຊົນ ຫວຽດນາມ ລາຍ​ງານໃນວັນທີ 18 ທັນວາ ນີ້ວ່າ: ຮົງກາລີ ແລະ ກຣົວຊີ ໄດ້ຮ່ວມກັນຈັດຕັ້ງເປີດ ສູນເຝິກອົບ
ຮົມ-ຫັດແອບການບິນແຫ່ງຊາດ ຫຼາຍຮູບແບບຢູ່ ເມືອງຊາດາ ປະເທດກຣົວຊີ.

     ເຂົ້າຮ່ວມພິທີເປີດຊຸດເຝິກອົບຮົມດັ່ງກ່າວມີ ທ່ານ ດາມີກາຕີເຊວິກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຣົວຊີ ແລະ ບັນດາ ລັດຖະມົນ
ຕີ ກະຊວງປ້ອງກັນປະເທດອື່ນໆ ທີ່ເຂົ້າຮ່ວມເຊັ່ນ: ບຸນກາລີ, ຮົງກາລີ ແລະ ໂຊມາລີ.

     ບັນດາຫຼັກສູດໃນການເຝິກອົບຮົມຕົວຈິງແມ່ນຈະໄດ້ເລີ່ມຕົ້ນໃນປີ 2020 ທີ່ຈະມາເຖິງ ແລະ ການປະຕິບັດຕົວຈິງ ແມ່ນຈະເລີ່ມລົງມືໃນໜຶ່ງປີຖັດໄປ, ເຊິ່ງຈະໄດ້ນໍາ
ໃຊ້ໃນເຂດຕົວເມືອງ, ເນີນພູ, ທະເລ ແລະ ເກາະຫດອນ ຕ່າງໆ ເປັນສະໜາມຂອງການເຝິກແອບຕົວຈິງ.

     ນອກຈາກການເຝິກອົບຮົມໃນຄັ້ງນີ້ແລ້ວ, ບັນດາສະມາຊິກ ນາໂຕ ຍັງມີສະຖານທີ່ຮ່ວມໃນການເຝິກອົບຮົມເຄື່ອນຍ້າຍກໍາລັງທະຫານ ເພື່ອຍົກສູງຄຸນນະພາບໃນ
ການປະສານສົມທົບລະຫວ່າງບັນດາກໍາລັງຂອງສະມາຊິກ ນາໂຕ ກັບບັນດາຍຸດທະສາດທາງການທະຫານໃນອະນາຄົດ.