ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍົນສູ້ຮົບຮຸ່ນ Su-57 ຈະ​ເຂົ້າ​ປະຈຳການ​ໃນ​ກອງທັບອາກາດ ຣັດເຊຍ ​ໃນ​ທ້າຍ​ປີ 2019


ຍົນສູ້ຮົບຮຸ່ນ Su-57

     ຕາມຂ່າວຈາກ QDND Online ໃນວັນທີ 15 ພະຈິກ 2019 ນີ້ວ່າ: ທ່ານ Alexey Krivoruchko ລັດຖະມົນຕີ ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ມອບໝາຍ
ໃຫ້ບໍລິສັດ Sukhoi ສົ່ງມອບຍົນສູ້ຮົບຮຸ່ນ Su-57 ໃຫ້ແກ່ກອງທັບອາກາດ ຣັດເຊຍ ໃນທ້າຍປີ 2019 ທີ່ຈະມາເຖິງ.

     ທ່ານ Krivoruchko ໃຫ້ສໍາພາດໃນການຢ້ຽມຢາມວິສາຫະກິດ ປ້ອງກັນປະເທດ ຢູ່ເຂດຕາເວັນອອກໄກວ່າຍົນສູ້ຮົບຮຸ່ນ Su-57 ຊຸດທໍາອິດແມ່ນກຽມພ້ອມ ທີ່ຈະນໍາ
ເຂົ້າປະຈໍາການໃນກອງທັບອາກາດ ຣັດເຊຍກ່ອນປີ 2019ຈະສິ້ນສຸດລົງ ແລະ ຊຸດທີ່ສອງແມ່ນຈະເຂົ້າປະຈໍາການ ໃນປີ 2020 ທີ່ຈະມາເຖິງ ຫຼັງຈາກນັ້ນ ບໍລິສັດ ຈະເລັ່ງ
ການຜະລິດຍົນສູ້ຮົບຮຸ່ນດັ່ງກ່າວ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງກອງທັບອາກາດ ແລະ ຄວາມຕ້ອງການຂອງລູກຄ້າ.

     ນອກຈາກນັ້ນ ທ່ານ Kri­voruchko ຍັງໄດ້ເປີດເຜີຍວ່າ: ກອງທັບອາກາດ ຣັດເຊຍ ໄດ້ຮັບຍົນສູ້ຮົບຮຸ່ນ Su-35S ຈໍານວນ 10 ລໍາ ໂດຍຄົບຕາມຈໍານວນທີ່ຕ້ອງ
ການຂອງ ກອງທັບອາກາດ ພາຍໃນປີ 2019 ນີ້ ແລະ ຈະຮັບອີກ 10 ລໍາ ໃນປີ 2020

     ນອກຈາກນີ້ ຣັດເຊຍ ຍັງໄດ້ຢືນຢັນເຖິງຄວາມພ້ອມທີ່ຈະສົ່ງອອກ ຍົນສູ້ຮົບຮຸ່ນ 5 ນີ້ໄປຍັງບັນດາປະເທດທີ່ມີຄວາມຕ້ອງການ.