ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບກຳ​ປັ່ນ ມຽນມາ ເປີດໂຕກຳ​ປັ່ນດໍານໍ້າຊັ້ນ​ກິ​ໂລ​ລຳ​ທຳ​ອິດ

     ໃນອາທິດທີ່ຜ່ານມາ ກອງທັບເຮືອ ມຽນມາ ໄດ້ຈັດການເຝິກແອບກອງກຳ​ປັ່ນທາງທະເລປະຈໍາ ປີ 2020 ພາຍໃຕ້ລະຫັດການຫັດແອບ bandula 2020.

     ການເຝິກປະຈໍາປີຂອງ ກອງທັບ ມຽນມາ ໃນປີ 2020 ໄດ້ເປີດໂຕກຳ​ປັ່ນ​ດຳນໍ້າໂຈມຕີພະລັງງານກະຊວນ ແລະ ໄຟຟ້າຊັ້ນ 877EKM Kilo ຂອງຣັດເຊຍ.

     ກຳ​ປັ່ນດໍານ້ຳຊັ້ນ 877 EKM Kilo ມີແຮງລະແວກນໍ້າ 3000 ໂຕນ, ຄວາມຍາວຂອງກຳ​ປັ່ນ 73 ແມັດ, ຄວາມກວ້າງ 10 ແມັດ ສາມາດປະຕິບັດການໃຕ້ນ້ຳປະມານ
400 ແມັດ ແລະ ປະຕິບັດການໃຕ້ນ້ຳໄດ້ດົນ 45 ວັນ. ມີກໍາລັງພົນປະຈໍາການໃນກຳ​ປັ່ນ 63 ຄົນ; ມີທໍ່ຍິງຕໍ ປີໂດຂະໜາດ 533 ມມ ຈໍານວນ 6 ທໍ່, ຮອງຮັບຕໍ່ປີໂດໜັກ
ຕໍ່ຕ້ານກຳ​ປັ່ນຜິວນ້ໍາ Type 53, ມີອາວຸດປ່ອຍນໍາວິຖີແບບ 3M-54E ແລະ ທຸ່ນລະເບີດແບບ DM-1.

     ທັງນີ້, ກອງທັບກຳ​ປັ່ນ ມຽນມາ ຍັງມີຄວາມຕ້ອງການກຳ​ປັ່ນດໍານໍ້າອີກ 4 ລໍາເຊິ່ງແນ່ນອນວ່າ ມຽນມາ ອາດຈະນໍາເຂົ້າເຮືອດໍານໍ້າຈາກ ຣັດເຊຍ.