ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ປະກາດ​ຕົນ​ເປັນອັນ​ດັບໜຶ່ງຂອງ​ໂລກ​ດ້ານອາວຸດນິວເຄຣຍໃໝ່


ລູກສອນໄຟຂ້າມທະວີບSarmat ຂອງຣັດເຊຍ

     ຂ່າວສານ ຫວຽດນາມ ໃຫ້ຮູ້ວ່າ: ເມື່ອວັນທີ 13/8 ຜ່ານມານີ້ທໍານຽບ Kremlin ຂອງ ຣັດເຊຍ ກ່າວວ່າ, ຣັດເຊຍ ເອົາຊະນະເໜືອ ອາເມຣິກາ ໃນການພັດທະນາອາ
ວຸດນິວເຄລຍຊະນິດໃໝ່ ທີ່ທັນສະໄໝ.

     "ອາເມຣິກາ ບໍ່ແມ່ນປະເທດອັນດັບໜຶ່ງ ໃນການພັດທະນາອາວຸດນິວເຄຣຍໃໝ່. ປະທານາທິບໍດີ ຣັດເຊຍໄດ້ມີຫຼາຍຄັ້ງກ່າວວ່າ, ລະດັບສີມືຂອງ ຣັດເຊຍ ໃນການພັດ
ທະນາດ້ານນີ້ໄປໄກກ່ວາບັນດາປະເທດອື່ນຫຼາຍ ແລະ ກໍບໍ່ ເປັນສອງຮອງປະເທດມະຫາອໍານາດໃດໃນໂລກ" ນີ້ແມ່ນຄໍາຖະແຫຼງການຂອງ ທ່ານ ດີມີຕຼີເປສະກົບ ໂຄສົກທໍາ
ນຽບ ແກຣມລິນຂອງ ຣັດເຊຍ ກ່າວໃນວັນທີ 13 ສິງຫາທີ່ຜ່ານມາ.

     ຄໍາປະກາດຂອງ ທ່ານ ເປສະກົບ ໄດ້ອອກຂ່າວພາຍຫຼັງທີ່ ປະທານາທິບໍດີ ໂດນັລທຣຳ ຂອງອາ ເມຣິກາ ມີການວິເຄາະກ່ຽວກັບເຫດການທີ່ລູກສອນໄຟແຕກ ໃນຄັ້ງ
ທົດລອງທີ່ ພາກຕາເວັນອອກສ່ຽງເໜືອຂອງ ຣັດເຊຍ ເມື່ອກາງອາທິດທີ່ຜ່ານມາ. ໂດນັລທຣຳ ສວຍໂອກາດເວົ້າຕອນນີ້ວ່າ, ອາເມຣິກາ ມີເທັກໂນໂລຢີ ທີ່ທັນສະໄໝຫຼາຍ
ກ່ວາ ຣັດເຊຍ ທີ່ກໍາລັງມີການພັດທະນາຢູ່ໃນປັດຈຸບັນ.

     ທ່ານ ອາເລັກໄຊລີຄາແຈັບ ຜູ້ອໍານວຍການ ກຸ່ມອຸດສາຫະກໍາ ພະລັງງານນິວເຄຣຍ ຂອງ ຣັດເຊຍ (Rosatom) ກ່າວຍອມຮັບວ່າລູກສອນໄຟແຕກ ດ້ວຍຂໍ້ຜິດພາດ
ທາງດ້ານເຕັກນິກ ເມື່ອຄັ້ງທົດລອງໃນກາງອາທິດທີ່ ຜ່ານມາທີ່ເຂດນອກຊາຍຝັ່ງທະເລຂອງເມືອງ Arkhangelsk ເຮັດໃຫ້ນັກວິຊາການເສຍຊີວິດ 5 ຄົນ.

     ລູກສອນໄຟ Burevestnik ແມ່ນ 1 ໃນ 6 ອາວຸດນິວເຄຣຍ ທີ່ທັນສະໄໝຂອງ ຣັດເຊຍ ເຊິ່ງ ປະທານາທິບໍດີ ປູຕິນ ຂອງ ຣັດເຊຍ ປະກາດເມື່ອ ເດືອນ ມີນາ 2018
ທີ່ຜ່ານມາວ່າເປັນອາວຸດ ຂ້າມທະວີບທີ່ທັນສະໄໝ. ໃນດ້ານທິດສະດີການປະກອບສ້າງ ຫຼື ວ່າ ການຜະລິດອາຍພົ່ນທີ່ມີເຄື່ອງຈັກໃຊ້ພະລັງງານນິວເຄຣຍ ເປັນຄວາມແຮງ
ຊ່ວຍລູກສອນໄຟມີໄລຍະຍິງບໍ່ຈໍາກັດ ແລະ ກໍອາດ ສາມາດບິນເຖິງຊັ້ນບັນຍາກາດ ໄປທໍາລາຍລະບົບຄຸ້ມກັນຕ້ານລູກສອນໄຟເທິງອາວະກາດຂອງຝ່າຍກົງກັນຂ້າມ.