ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມາ​​ເລຍ​ເຊຍ ສືບ​ຕໍ່ຈັດ​ກອງ​ປະ​ຊຸມ​ສະ​ພາ​​ແຫ່ງ​ຊາດ


     ອີງຕາມສໍານັກຂ່າວ ຊິນຮວ່າ ໃຫ້ຮູ້ວ່າ: ສະພາແຫ່ງຊາດຂອງ ມາເລເຊຍ ໄດ້ຈັດກອງປະຊຸມຄັ້ງທໍາອິດນັບຕັ້ງແຕ່ນາຍົກລັດຖະມົນຕີຄົນໃໝ່ ທ່ານ ມູຮາດິນ ໄດ້ເຂົ້າ
ຮັບຕຳແໜ່ງນາຍົກລັດຖະມົນຕີ ໃນຕົນເດືອນ ມີນາ ແຕ່ວ່າ. ວາລະກອງປະຊຸມມີຜູ້ເຂົາຮ່ວມບໍ່ຫຼາຍ ຍ້ອນເຫດຜົນຂອງການລະບາດຂອງພະຍາດໂຄວິດ-19, ​ເປ​ັນ​ເຫດ
​ໃຫ້​ບັນພັກຝ່າຍຄ້ານບໍ່​ໄດ້​ເຂົ້າ​ຮ່ວ​ມໃນມື​້ກອງປະຊຸມລັດຖະສະພາ.

     ອະດີດນາຍົກລັດຖະມົນຕີມາເລເຊຍ ມາຮາເທິ ໄດ້ປະກາດລາອອກໃນເດືອນ ກຸມພາ ໃນຖານະເປັນນາຍົກລັດຖະມົນຕີ ແລະ ເປັນປະທານກຽດຕິຍົດຂອງພັກພື້ນ
ເມືອງຂອງຊົນເຜົ່າພື້ນເມືອງທີ່ໄດ້ຖອນຕົວອອກຈາກພັນທະມິດ, ເຮັດໃຫ້ກຸ່ມພັນທະມິດເສຍປະໂຫຍດສ່ວນໃຫ່ຍ. ຕໍ່ມາທ່ານ ມູຮາດິນ ໄດ້ຖືກແຕ່ງຕັ້ງໃຫ້ເປັນນາຍົກ
ລັດຖະມົນຕີ ທັງເປັນຫົວໜ້າພັກຂອງພັກ ອາໂບຣິກາຍໂນ ທັງໄດ້ຖືກແຕ່ງຕັ້ງເປັນຫົວໜ້າສູງສຸດຂອງສະພາແຫ່ງຊາດມາເລເຊຍ.

     ສໍານັກຂ່າວເຢຍລະມັນກ່າວວ່າ: ທ່ານ ມາຮາເທິ ເປັນນາຍົກລັດຖະມົນຕີທີ່ມີຄຸນນະພາບດີ, ທ່ານໄດ້ຮັບການສະໜັບສະໜູນຈາກສະມາຊິກຫຼາຍກວ່າເຄິ່ງໜຶ່ງຂອງ
ສະມາຊິກສະພາ. ແຕ່ຍ້ອນໃນອາທິດທີຜ່ານມາ, ມາຮາເທິ ໄດ້ສະເໜີການເຄື່ອນໄຫວທີ່ບໍ່ມີຄວາມໝັ້ນໃຈຕໍ່ລັດຖະບານໃນມື້ທີ່ກອງປະຊຸມໃຫ່ຍ ຄັ້ງທີ 18 ຫາກໍເລີ່ມຕົ້ນ,
ອັນເຮັດໃຫ້ກອງປະຊຸມມີຄວາມສັບສົນ ແລະ ຖືກເລື່ອນເວລາໄປຢ່າງບໍ່ມີກໍານົດ. ດັ່ງນັ້ນ ຫົວໜ້າພັກສູງສຸດຈຶ່ງຕັດສິນໃຈແຕ່ງຕັ້ງທ່ານ ມູຮາດິນ ເປັນນາຍົກລັດຖະມົນຕີ
ເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນມາເລເຊຍ ພ້ອມຮຽກຮ້ອງ ໃຫ້ປະເທດຈົ່ງຮັກສາຄວາມສາມັກຄີ. ສໍານັກຂ່າວ ຮ​ອຍ​ເຕີ ລາຍງານວ່າກອງປະຊຸມຄັ້ງຕໍ່ໄປຂອງລັດ
ຖະສະພາມາເລເຊຍ ແມ່ນໄດ້ກຳນົດຈັດຕັ້ງແຕ່ວັນທີ 13 ກໍລະກົດ ຫາ 27 ສິງຫາ ທີ່ຈະມາເຖິງນີ້.