ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອິນ​ເດຍຊື້ເຮລີກົບແຕ​ໂຈມ​ຕີ AH-64E


ເຮືອບິນໂຈມຕີໃນອານາຄົດຂອງກອງທັບອາກາດອິນເດຍ

     ກອງທັບອາກາດອິນເດຍໄດ້ຮັບເຮືອບິນເຮລີກົບແຕAH-64E ຊຸດທໍາອິດຈາກທີ່ສັ່ງຊື້ທັງໝົດ 22 ລຳໂດຍພິທີມອບຮັບຈັດຂຶ້ນທີ່ໂຮງງານອາກາດສະຍານຂອງບໍລິສັດ
ໂບອິ້ງໃນເມືອງເມຊາລັດອາຣິໂຊນາໃນວັນທີ 10 ພຶດສະພາ ທີ່ຜ່ານມາ.

     ໃນພິທີຮັບມອບກອງທັບອິນເດຍໄດ້ກ່າວວ່າ:ເຮືອບິນເຮລີກົບແຕ AH-64E ຊຸດທໍາອິດນີ້ມີກໍານົດທີ່ຈະຂົນສົ່ງຮອດປະເທດອິນເດຍໃນເດືອນ ກໍລະກົດ ປີ 2019. ກອງ
ທັບອາກາດອິນເດຍໃຫ້ເຫດຜົນການຈັດຫາ AH-64E ແບບໂຈມຕີໜັກທີ່ມີສອງເຄື່ອງຈັກຈາກສະຫະລັດວ່າເປັນບາດກ້າວທີ່ສໍາຄັນໃນການເດີນໜ້າປັບປຸງຄວາມທັນສະ
ໄໝຂອງຝູງບິນເຮລີກົບແຕໂດຍຊີ້ໃຫ້ເຫັນວ່າ, ເຮືອບິນໂຈມຕີຮຸ່ນນີ້ໄດ້ຮັບການປັບແຕ່ງໃຫ້ເໝາະສົມກັບຄວາມຕ້ອງການໃນອານາຄົດຂອງກອງທັບອາກາດອິນເດຍ. ເຈົ້າ
ໜ້າທີ່ລະດັບສູງຂອງກອງທັບອາກາດອິນເດຍກ່າວວ່າ: ເຮລີກົບແຕ AH-64E ຈຳນວນ 10-11 ລໍາຈະປະຈໍາການຢູ່ທີ່ປາທານກັອດ (pathankot)ໃກ້ກັບພົມແດນ ປາກິດ
ສະຖານ ແລະ ອີກຝູງໜຶ່ງຈະປະຈຳການຢູ່ທີ່ຈໍຮັດ (jor­hat) ທາງຕາເວັນອອກສ່ຽງເໜືອຂອງອິນເດຍໃກ້ກັບຈີນ.