ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊູແອດ ມີ​ແຜນ​ຈະ​ປັບປຸງ​ເຮືອບິນ​ລຸ້ນ Gripen C/D


ເຮືອບິນ​ລຸ້ນ Gripen C/D

     ສຳນັກຂ່າວເຈມລາຍງານໃນ ວັນທີ 19 ເມສາ ນີ້ວ່າ: ໂຄສົກ ກະຊວງປ້ອງກັນປະເທດ ຊູແອດ ໄດ້ອອກມາເປີດເຜີຍວ່າປັດຈຸບັນ ກະຊວງປ້ອງກັນປະ
ເທດ ຊູແອດ ໄດ້ອະນຸມັດ ແລະ ລົງນາມໃນສັນຍາວ່າດ້ວຍການຍົກລະດັບປັບປຸງອຸປະກອນທາງການທະຫານ ປະຈຳປີ 2022-2023, ໜຶ່ງໃນນັ້ນກໍຄືການ
ອະນຸມັດໃຫ້ປັບປຸງເຮືອບິນລຸ້ນ Gripen C/D ຈຳນວນໜຶ່ງ.ໂດຍແນໃສ່ການພັດທະນາລະບົບອາວຸດການຄວບຄຸມເປັນຕົ້ນ. ເຈົ້າໜ້າທີ່ລະດັບສູງຂອງ ບໍ
ລິສັດໄດ້ໃຫ້ຮູ້ວ່າ: ບໍລິສັດພວກເຮົາໄດ້ຮັບຄວາມໄວ້ວາງໃຈຈາກ ກະຊວງປ້ອງກັນປະເທດ ຊູແອດໃຫ້ປັບປຸງເຮືອບິນຮົບ ລຸ້ນ Gripen C/D ມີກຳນົດສົ່ງ
ໃຫ້ຄົບພາຍໃນປີ 2035.

     ສຳລັບເຮືອບິນລຸ້ນນີ້ຖືກຜະ ລິດຄັ້ງທຳອິດເມື່ອປີ 1988 ໂດຍບໍລິສັດ ຊາບ ສັນຊາດຊູ ແອດ, ໂດຍມັນເປັນເຮືອບິນໂຈມຕີສາມາດບັນທຸກຈຸບິນ
ໄດ້ພຽງຄົນດຽວ, ມີຄວາມຍາວ 14,2 ແມັດ, ກວ້າງ 8,4 ແມັດ, ສູງ 4,5 ແມັດ, ສາມາດບັນທຸກນ້ຳໜັກໄດ້ທັງໝົດ 14 ໂຕນ, ບິນໃນຄວາມໄວສູງສຸດ
2,460 ກິໂລ ແມັດຕໍ່ຊົ່ວໂມງ, ມີເພດານບິນສູງສຸດຈາກພຶ້ນດິນ 15 ກິໂລແມັດ, ສ່ວນດ້ານອາວຸດປະກອບມີປືນກົນຂະໜາດ 27 ມມ 1 ກະບອກ, ສາ
ມາດຕິດຕັ້ງຂີປະນາວຸດ ຫຼື ລູກສອນໄຟຂະໜາດນ້ອຍ ແລະ ກາງໄດ້ຈຳນວນ 8 ລູກ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 20/04/2022