ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອາກາດ​ອາ​ເມ​ຣິກາ ຈະ​ສັ່ງ​ຊື້​ຍົນ​ສູ້​ຮົບ F-15EX ຈຳນວນ 8 ລຳ
​ແລະ F-35A ຈຳນວນ 48 ລຳ​ໃນ​ປີ 2020


ກອງທັບ​ອາກາດ​ອາ​ເມ​ຣິກາ ຈະ​ສັ່ງ​ຊື້​ຍົນ​ສູ້​ຮົບ F-15EX ​ແລະ F-35A

     ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ ຕ້ອງ​ການ​ຊື້​ຍົນ​ສູ້​ຮົບ Boeing F-15EX ຈຳນວນ 8 ລຳ​ໃນ​ງົບປະມານ​ປີ 2020 ທີ່​ເປັນ​ສ່ວນ​ໜຶ່ງຂອງ​ແຜນການ​ສັ່ງຊື້ຍົນທັງ​ໝົດ
144 ລຳ​ ເພື່ອ​ປັບປຸງ​ຄືນ​ສະພາບ​ໃໝ່​ໃຫ້​ແກ່​ຝູງ​ບິນ​ຍົນ​ຂັບ​ໄລ່ F-15C ​ແລະ ຝູງ​ບິນ​ຍົນ​ຂັບ​ໄລ່ 15E ຕາມ​ການ​ຮ້ອງ​ຂໍ​ງົບປະມານ​ປະຈຳ​ປີ 2020 ຂອງ​ກະຊວງ​ປ້ອງ​ກັນ​ປະ
​ເທດ​ອາ​ເມ​ຣິກາ.

     ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິກາ ​ໄດ້​ຂໍ​ງົບປະມານ​ຈຳນວນ 1,1 ພັນ​ລ້ານ​ໂດ​ລາ​ ສຳລັບ​ການ​ສັ່ງຊື້​ຍົນ​ສູ້​ຮົບ F-15EX ​ແລະ ​ຂໍ​ງົບປະມານ 949 ລ້ານ​ໂດ​ລາ​ເພື່ອ​ການ
​ປັບປຸງ​ຍົນ​ສູ້​ຮົບ F-15. ​ໂດຍ​ກອງທັບ​ອາ​ກາດ​ອາ​ເມຣິກາ​ຕ້ອງການ​ປ່ຽນ​ຝູງ​ບິນ​ຂັບ​​ໄລ່​ຂອງ​ຕົນ​ຕາມ​ການ​ກະກຽມ​ສຳລັບ​ການ​ແຂ່ງຂັນ​ກັບ​ຄູ່​ແຂ່ງ​ທີ່​ມີ​ຄວາມ​ເທົ່າ​ທຽມ​ກັນ
​ເຊັ່ນ: ຈີນ ​ແລະ ຣັດ​ເຊ​ຍ. ກອງທັບ​ອາກາດ​ອາ​ເມຣິກາ ຈະ​ໄດ້​ຮັບ​ການ​ສັ່ງ​ຊື້​ຍົນ​ສູ້​ຮົບ F-35A ລຸ້ນ CTOL ຈຳນວນ 48 ລຳ.​