ຊິນໂຈວ-700 ເຮືອບິນສັນຊາດຈີນພ້ອມບິນຂຶ້ນຄັ້ງທຳອິດທ້າຍປີ 2020
ເຮືອບິນຊິນໂຈວ-700
ສຳນັກຂ່າວຊິນຫົວລາຍງານ ເມື່ອວັນທີ 17 ກຸມມພານີ້ວ່າ: ບໍລິສັດຜະລິດເຮືອບິນ ຊິນໂຈວ-700 ໄດ້ກັບມາດຳເນີນການອີກຄັ້ງ ທີ່ຖານວິໄຈໃນ ເມືອງ ຊີອານ ເມືອງ
ເອກຂອງມົນທົນ ສ່ານຊີ ທາງ ຕາເວັນຕົກສ່ຽງເໜືອຂອງ ຈີນ ທ່າມກາງການແຜ່ລະບາດຂອງ ເຊື້ອໄວຣັດໂຄໂຣນາສາຍ ພັນໃໝ່ (ໂຄວິດ-19) ເຮືອບິນ ລຸ້ນນີ້ ເປັນເຮືອບິນ
ລະດັບພູມມີພາກລຸ້ນໃໝ່ ໃຊ້ລະບົບເຄື່ອງຈັກເທີ ໂບໂພຣບ ແລະ ໂດດເດັ່ນໃນດ້ານ ການອອກແບບລຳໂຕທີ່ມີປະສິດທິພາບ ແລະ ເຕັກໂນໂລຊີຂັ້ນ ສູງສາມາດຮອງຮັບຜູ້
ໂດຍສານໄດ້ສູງສຸດ 70 ຄົນ.
ບໍລິສັດກຳລັງດຳເນີນການປະກອບເຮືອ ບິນຊິນໂຈວ-700 ພ້ອມກັນ 2 ລຳທ່ານ ຢາງ ຫຼົງ ຫົວໜ້າວິສະວະກອນການຜະລິດປະຈຳໂຄງການກ່າວຕື່ມວ່າ: ເຮືອບິນທີ່ຈະ
ໃຊ້ໃນການບິນຄັ້ງທໍາ ອິດນັ້ນ, ກໍາລັງຢູ່ໃນຂັ້ນປະກອບຂັ້ນສຸດທ້າຍ.
ລາຍງານລະບຸວ່າ: ເຮືອບິນ ຊິນໂຈວ-700 ໄດ້ຮັບຄຳສັ່ງຜະລິດແລ້ວລວມ 285 ລາຍການຈາກສາຍການບິນທັງໃນ ແລະ ຕ່າງປະເທດ 11 ແຫ່ງ, ບໍລິສັດເລີ່ມໂຄງ
ການພັດທະນາເຮືອບິນ ຊິນໂຈວ-700 ໃນປີ 2013 ໂດຍມີຈຸດປະສົງເພື່ອຄອງສ່ວນແບ່ງໃນຕະຫຼາດໂລກເພີ່ມຂຶ້ນ.