ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ຍົກ​ລະດັບລົດຕັງສູ້​ຮົບ


ລົດຕັງສູ້​ຮົບ

     ຕາມຂ່າວຈາກ QĐND On- line ໃຫ້ຮູ້ວ່າ: ໃນງານວາງສະແດງອາວຸດ DefExpo India 2020 ທີ່ຈະຈັດຂຶ້ນໃນເດືອນ ກຸມພາ ປີ 2020, ການນໍາຂັ້ນສູງຂອງ ກະ
ຊວງປ້ອງກັນປະເທດ ອິນເດຍ ໄດ້ນໍາສະເໜີລົດຕັງ Arjun ແລະ ລູກສອນໄຟ Mk-1A.

     ຕາມຂໍ້ມູນຂອງ ກະຊວງປ້ອງກັນປະເທດ ອິນເດຍ ໃຫ້ຮູ້ວ່າ: ລົດຕັງ Arjun Mk-1A ຫາກໍສໍາເລັດ ໃນການທົດລອງຜ່ານມາທີ່ສະໜາມຊ້ອມຮົບຣາຈາສະຖານ. ລົດ
ຕັງຊະນິດນີ້, ເປັນການຮ່ວມມືລະຫວ່າງໂຮງງານຜະລິດອາວຸດປ້ອງກັນຊາດຂອງ ກະຊວງປ້ອງກັນປະເທດ (DRDO) ແລະ ສະຖາບັນຄົ້ນຄວ້າລົດການທະຫານແຫ່ງຊາດ.

     “ລົດຕັງ Arjun ໄດ້ຜ່ານການທົດສອບສະມັດຕະພາບ ໃນການຂັບຂີ່ທາງສະໜາມທີ່ມີສະພາບທາງເປັນລຸບເປັນໂນນ ຫຼື ໜ້າພຽງເປັນທີ່ຮຽບຮ້ອຍແລ້ວກ່ອນນໍາມາ
ສະເໜີຕໍ່ສາຍຕາມວນຊົນ. ຜູ້ຕາງໜ້າຂອງ DRDO ເວົ້າວ່າ: ລົດຕັງຍົກລະດັບນີ້ມີ 72 ຢ່າງ ປັບປຸງ, ໃນນັ້ນມີ 14 ຈຸດສໍາຄັນຕາມຂໍ້ສະເໜີຈາກກົມກອງວິຊາສະເພາະແຕ່
ກ່ອນເອົາໄປນໍາໃຊ້ກໍຕ້ອງຜ່ານການກວດກາ ແລະ ເຫັນດີຈາກກະຊວງປ້ອງກັນປະ ເທດ, ເປັນຜູ້ອານຸມັດກ່ອນນໍາໄປມອບສົ່ງໃຫ້ກົມກອງ.

     ຫຼັງການຍົກລະດັບເຫັນວ່າ, Arjun Mk-1A ມີເທັກໂນໂລຢີໃໝ່ໆ ຫຼາຍຊະນິດເຂົ້າມາປ່ຽນແທນເຮັດໃຫ້ສະມັດຖະພາບການສູ້ຮົບມີຄວາມແຂງແກ່ນ ແລະ ທົນທານ
ຂຶ້ນ. ນອກນີ້ Arjun Mk-1A ຍັງໄດ້ຕິດຕັ້ງລູກສອນ ໄຟຄວາມຮ້ອນ, ລູກສອນນໍາທິດ, ລູກສອນໃຊ້ສໍາລັບຍິງເຈາະອຸໂມງ ຫຼື ທີ່ກໍາບັງໜາແໜ້ນຂອງ ຝ່າຍກົງກັນຂ້າມ.
Arjun Mk-1A ມີນໍ້າໜັກ 68 ໂຕນ, ໜັກກວ່າ ລຸ້ນເກົ່າທີ່ມີນໍ້າໜັກ 58,5 ໂຕນ.