ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ນຳ​ກຳ​ປັ່ນ​ດຳ​ນໍ້າລໍາທີ 5 ເຂົ້າປະຈໍາການ


ກຳ​ປັ່ນ​ດຳ​ນໍ້າ S-25 ລໍາທີ 5 ຂອງອິນເດຍໄດ້ຖືກປ່ອຍລົງນ້ຳໃນວັນທີ 12 ພະຈິກທີ່ອູ່ຕໍ່ເຮືອໃນ ມຸມໄບ

     ອິນເດຍໄດ້ປ່ອຍ ກຳ​ປັ່ນດໍານໍ້າ ໂຈມຕີພະລັງງານດີເຊວ-ໄຟຟ້າຊັ້ນ kalvari ( S-25 ) ເປັນລໍາທີ 5 ເຂົ້າປະຈໍາການໃນກອງທັບເຮືອ.

     S-25 ໄດ້ຖືກປ່ອຍລົງນໍ້າໃນ ວັນທີ 12 ພະຈິກ ທີ່ອູ່ຕໍ່ເຮືອໃນ ມຸມໄບ ປະເທດ ອິນເດຍ ໂດຍ ຄາດວ່າຈະມີການຕິດຕັ້ງອຸປະກອນຄົບຊຸດພາຍໃນປີ
2022 ດ້ວຍວົງເງິນ 3,15 ຕື້ໂດລາສະ ຫະລັດ. ທັງນີ້ກອງທັບເຮືອ ອິນເດຍ ມີແຜນທີ່ຈະປ່ອຍ ກຳ​ປັ່ນດໍານໍ້າລໍາທີ 6 (S-26) ທີ່ມີຄວາມທັນສະໄໝສຸດ
ເຊິ່ງກໍາລັງຢູ່ໃນຂັ້ນຕອນການກໍ່ສ້າງ ແລະ ຄາດວ່າຈະປ່ອຍ ກຳ​ປັ່ນດໍານໍ້າ ລໍາດັ່ງກ່າວ ໃນທ້າຍປີ 2021.

     ກຳ​ປັ່ນດໍານໍ້າ S-25 ຈະມີການຕິດຕັ້ງອາວຸດລູກສອນໄຟນໍາວິຖີຕໍ່ຕ້ານເຮືອຮົບ ແລະ ຕິດຕັ້ງລະບົບຕໍ່ຕ້ານຕໍປີໂດ, ມີໜ້າທີ່ຫຼັກໃນການໂຈມຕີເຮືອຮົບ
ແລະ ກຳ​ປັ່ນດໍານໍ້າ ຂອງຝ່າຍກົງກັນຂ້າມ, ສໍາຫຼວດເກັບກໍາຂໍ້ມູນຂ່າວກອງ, ການວາງລະເບີດ ແລະ ມີຄວາມສາມາດໃນການສາລະເວໃຕ້ມະຫາສະມຸດໄດ້
ເປັນຢ່າງດີ.