ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນຈັດ​ຫາ​ລູກ​ສອນ​ໄຟ​ຮຸ່ນ JSM ຈາກນັອກແວ


ລູກສອນໄຟ JSM

     ຕາມຂ່າວຈາກ QDND On­line ໃນວັນທີ 18 ພະຈິກ 2019 ນີ້ວ່າ: ຍີ່ປຸ່ນໄດ້ຕົກລົງກັບ ບໍລິສັດ Na Uy Kongsberg ປະເທດ ນັອກແວ ເພື່ອສະໜອງ ລູກສອນ
ໄຟ JSM ພິໄສກາງຮຸ່ນໃໝ່ ເຊິ່ງມີຄວາມສາມາດຍິງຕ້ານ ແລະ ທໍາລາຍກໍາປັ່ນດໍານ້ຳໄດ້ເປັນຢ່າງດີ.

     ລູກສອນໄຟພິໄສກາງ JSM ຮຸ່ນໃໝ່ນີ້ ຈະຊ່ວຍເພີ່ມໃຫ້ກອງທັບ ຍີ່ປຸ່ນ ມີຄວາມສາມາດຮັບມືກັບບັນດາເປົ້າໝາຍໂດຍສະເພາະແມ່ນທາງທະເລ. ສັນຍາສະໜອງລູກ
ສອນໄຟພິໄສກາງລະຫວ່າງຍີ່ປຸ່ນ ແລະ ນັອກແວ ຄັ້ງນີ້ແມ່ນເປັນຄັ້ງທີ່ສອງ ໂດຍຄັ້ງທໍາອິດຂອງການເຊັນສັນຍາຈັດຫາແມ່ນເມື່ອ ເດືອນ ມີນາ 2019 ທີ່ຜ່ານມາ ຍີ່ປຸ່ນ ໄດ້
ເຊັນສັນຍາ ຊື້ລູກສອນໄຟຈໍານວນໜຶ່ງກັບ ບໍລິສັດ Na Uy Kongs­berg ປະເທດ ນັອກແວ, ແຕ່ລາຍລະອຽດຂອງຈໍານວນລູກສອນໄຟ ແລະ ລາຄາຕົວຈິງບໍ່ໄດ້ຖືກ
ເປີດເຜີຍ.

     ລູກສອນໄຟພິໄສກາງຍິງຕ້ານກໍາປັ່ນດໍານ້ຳຮຸ່ນໃໝ່ນີ້ ໄດ້ມີການປັບປຸງໃຫ້ເປັນລູກສອນທີ່ມີຄວາມສາມາດນໍາວິຖີ, ທໍາລາຍເປົ້າໝາຍ ແລະ ຂະໜາດຂອງ ລູກສອນ
ໄຟ JSM ຍັງມີຄວາມເໝາະສົມໃນການປະກອບໃສ່ຍົນສູ້ຮົບ F-35A Lightning, ສະນັ້ນມັນຈິ່ງເໝາະສົມທີ່ສຸດສໍາລັບການເຮັດໜ້າທີ່ ໃນການໂຈມຕີທໍາລາຍເປົ້າ
ໝາຍທາງບົກ ແລະ ທາງທະເລ. ຖ້າເປັນໄປຕາມສັນຍາ ຍີ່ປຸ່ນ ຈະກາຍເປັນລູກຄ້າທໍາອິດທີ່ສັ່ງຊື້ລູກສອນໄຟ JSM ຈາກປະເທດ ນັອກແວ.