ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍົນບໍ່ມີຄົນຂັບ UAV Orion


ຍົນບໍ່ມີຄົນຂັບ UAV Orion

     UAV Orion ຜະລິດໂດຍ ບໍລິສັດ Aurora Flight Sciences ຂອງ ອາເມຣິກາ,ເປັນຍົນປະຕິບັດ ໜ້າທີ່ສືບຂ່າວໂດຍສະເພາະ, ເປັນອາວຸດທາງອາກາດອີກຊະນິດ
ໜຶ່ງທີ່ນອນໃນໂຄງການພັດທະນາອາວຸດປ້ອງກັນຊາດຂອງ ອາເມຣິກາ ໃຫ້ແກ່ກອງທັບຂອງຕົນ. Orion ໄດ້ຮັບນະໂຍບາຍພິເສດຈາກທັບອາກາດຂອງອາເມຣິກາ.

     ຍົນບໍ່ມີຄົນຂັບຊະນິດນີ້ ໃຊ້ເຄື່ອງຈັກຄູ່ Austro Engine AE300 ຈຶ່ງຊ່ວຍໃຫ້ UAV Orion ຮັກສາຄວາມສົມດຸນເທິງອາກາດທີ່ວ່າສາມາດບິນຕໍ່ເນື່ອງໄດ້ພາຍ
ໃນ120 ຊົ່ວໂມງດ້ວຍນໍ້າໜັກ 450 ກິໂລກຣາມ, ນໍ້າໜັກລວມທັງອຸປະກອນປະກອບການຕ່າງໆ ຂອງ UAV Orion ແມ່ນ 1.200 ກິໂລກຣາມ. ນອກນີ້ ປີກທັງສອງຂ້າງ
ຂອງມັນຍັງສາມາດຕິດຕັ້ງອາວຸດກາງອາກາດໄດ້ຕື່ມ.