ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ​ແລະ ອິນ​ເດຍ ຮ່ວມ​ກັນ​ພັດທະນາ ເຮືອບິນບໍ່ມີຄົນຂັບລຸ້ນໃໝ່


ເຮືອບິນບໍ່ມີຄົນຂັບລຸ້ນໃໝ່

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ຫ້ອງທົດລອງເຕັກໂນໂລຊີທາງອາກາດຂອງ ສະຫະລັດອາເມຣິກາ ແລະ ກະຊວງປ້ອງກັນປະເທດ
ອິນເດຍ ໄດ້ບັນລຸຂໍ້ຕົກລົງວ່າດ້ວຍການຮ່ວມມືອອກແບບສ້າງເຮືອບິນບໍ່ມີຄົນຂັບລຸ້ນໃໝ່ ເພື່ອປະຕິບັດໜ້າທີ່ພິເສດໃນການສອດແນມ-ໂຈມຕີທາງພາກພື້ນດິນ.

     ຕາມສັນຍາຂອງສອງຝ່າຍ, ການອອກແບບຜະລິດເຮືອບິນບໍ່ມີຄົນຂັບລຸ້ນໃໝ່ນີ້, ຈະເປັນລຸ້ນອະເນກປະສົງ UAV MQ-9 ເພື່ອນໍາເຂົ້າປະຈໍາການໃນການປະຕິບັດໜ້າ
ທີ່ພິເສດຢູ່ ກອງທັບເຮືອ ແລະ ກອງທັບອາກາດປະເທດ ອິນເດຍ. ທ່ານ ແອວເລັນ ລັອດ ຫົວໜ້າ ຮັບຜິດຊອບການຈັດຊື້ອາວຸດຍຸດໂທປະກອນຂອງ ກອງທັບ ສະຫະລັດອາ
ເມຣິກາ ກ່າວວ່າ: ການຮ່ວມມືສ້າງເຮືອບິນບໍ່ມີຄົນຂັບລະຫວ່າງ ສະຫະລັດອາເມຣິກາ ແລະ ອິນເດຍໃນ ຄັ້ງນີ້ຈະຊ່ວຍໃຫ້ສາຍພົວພັນທາງການທະຫານລະຫວ່າງສອງປະ
ເທດເພີ່ມທະວີຂຶ້ນ ແລະ ໃນ ໄລຍະຜ່ານມາການຈັດຊື້ອາວຸດຂອງກອງທັບ ອິນເດຍ ສ່ວນຫຼາຍກໍແມ່ນນໍາເຂົ້າຈາກປະເທດ ສະຫະລັດອາເມຣິກາ.

     ໃນໄລຍະທີ່ຜ່ານມາປະເທດ ອິນເດຍ ກໍມີແຜນການທີ່ຈະຍົກລະດັບກໍາລັງປ້ອງກັນທາງໜ້ານໍ້າທະເລ ແລະ ເອົາໃຈໃສ່ຕໍ່ໂຄງການພັດທະນາ ເຮືອບິນສອດແນມ-ໂຈມຕີ
ບໍ່ມີຄົນຂັບພາຍໃນປະເທດແຕ່ຖືກຍົກເລີກມາຫຼາຍຄັ້ງແລ້ວ.