ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ສຳ​ເລັດ​ການ​ສ້າງ​ກຳ​ປັ່ນ​ຕັດ​ນ້ຳ​ແຂງ​ ຊູ​ລົງ 2 ​ເພື່ອ​ສຳຫຼວດຂົ້ວ​ໂລກ​ໃຕ້


     ກະຊວງຊັບພະຍາກອນທໍາມະຊາດ ຈີນ ເປີດເຜີຍການສົ່ງມອບກຳປັ່ນຕັດນໍ້າແຂງຊູລົງ 2 (Xuelong 2) ຫຼື ມັງກອນຫິມະ 2 (Snow Dragon 2) ທີ່ກໍ່ສ້າງໂດຍ
ບໍລິສັດອູ່ຕໍ່ເຮືອ ຈຽງນານ (Jiangnan Shipyard Group) ນະຄອນ ຊຽງໄຮ້ ແລະ ຮ່ວມ ອອກແບບກັບບໍລິສັດການຕໍ່ເຮືອ ແຫ່ງລັດຈີນ (CSSC) ແລະ ບໍລິສັດ ເທັກ
ໂນໂລຢີ ເອເຄີ ອາກຕິກ (Aker Arctic Technology) ຂອງຟິນລັງ ທີ່ສ້າງຂຶ້ນເອງພາຍໃນປະເທດ.

     ກໍາປັ່ນຊູລົງ 2 ມີຄວາມກ້ວາງ 22,3 ແມັດ, ຄວາມຍາວ 122,3 ແມັດ, ມີນໍ້າໜັກ 13.996 ໂຕນ ສາມາດແລ່ນໄດ້ສູງສຸດເຖິງ 32.000 ກິໂລແມັດ. ພ້ອມນັ້ນຍັງ
ສາມາດລ້ຽວໄດ້ຢ່າງວ່ອງໄວ ແລະ ຕັດນໍ້າແຂງສອງທິດທາງທັງຫົວເຮືອ ແລະ ທ້າຍເຮືອພ້ອມທີ່ຈະລ່ອງສໍາຫຼວດທະວີບ ແອນຕາກຕິກາ ຫຼື ພາກພື້ນຂົ້ວໂລກໃຕ້ ເພື່ອປະ
ຕິບັດພາລະກິດການວິໄຈທາງວິທະຍາສາດ.

     ນອກຈາກນີ້ ຊູລົງ 2 ຈະກາຍເປັນອົງປະກອບສໍາຄັນຂອງການສໍາຫຼວດສະພາບແວດລ້ອມ ທາງທະເລ ແລະ ການວິໄຈທາງ ວິທະຍາສາດໃນພາກພື້ນຂົ້ວໂລກຂອງຈີນ.