ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດສະຣາແອນຈະເປີດໂຕເຮືອບິນບໍ່ມີຄົນຂັບຍຸດ​ທະ​ສາດ​ຊະນິດ​​ໃໝ່ຂອງຝຣັ່ງ


UAV T-Heron

     QDND ໃຫ້ຮູ້ວ່າ: ກຸ່ມອຸດສາຫະກໍາຜະລິດອາວຸດທາງອາກາດ (IAI) ຂອງອິດສະຣາແອນຈະເປີດໂຕເຮືອບິນບໍ່ມີຄົນຂັບ (UAV) ຮຸ່ນບິນສອດແນມ-ຈູ່ໂຈມ
T-Heron ຮຸ່ນໃໝ່ທີ່ງານວາງສະແດງອາວຸດທາງອາກາດທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ ຊຶ່ງຈະໄຂຂຶ້ນໃນກາງເດືອນ ມິຖຸນາ 2019 ນີ້.

     ທ່ານ Moshe Levy ຮອງປະທານທັງເປັນອໍານວຍການ ໂຮງງານຜະລິດເຮືອບິນການທະຫານຂອງ IAI ກ່າວຢືນຢັນວ່າ: T-Heron ສາມາດຕອບສະໜອງໄດ້
ທຸກເງື່ອນໄຂຂອງ UAV ໃຫ້ແກ່ທັງສາມເຫຼົ່າທັບຄື ທັບອາກາດ, ທັບເຮືອ, ທັບບົກ ແລະ ໜ່ວຍສືບຂ່າວ.

     ນີ້ແມ່ນຜະລິດຕະພັນໃໝ່ຫຼ້າສຸດຂອງຕະກຸນ UAVHeron ທີ່ບິນໄດ້ໄກໃນຄວາມສູງປານກາງ (MALE) ໂດຍ IAI ເປັນຜູ້ຜະລິດ. ເຮືອບິນປະເພດນີ້ມີໃນກອງທັບ
ອາກາດຂອງສິບກ່ວາປະເທດໃນໂລກຕັ້ງແຕ່ຕົ້ນປີ 1980 ເປັນຕົ້ນມາ.

     ການໃຫ້ຮູ້ຈາກ IAI ວ່າ: T-Heron ສາມາດເຄື່ອນໄຫວໄດ້ໃນທຸກກໍລະນີສະພາບອາກາດ, ມີຄວາມປອດໄພສູງ ແລະ ມີຄວາມເຊື່ອໝັ້ນໃນກາງອາກາດ. ມີເຄື່ອງ
ຈັກແຮງຊະນິດ Rotex ສາມາດເຮັດໃຫ້ບິນໄດ້ໃນຄວາມສູງ 7.300 ແມັດ, ຄວາມໄວສູງສຸດ 222 ກິໂລແມັດຕໍ່ຊົ່ວໂມງ, ບັນທຸກນໍ້າໜັກ 180 ກິໂລກຣາມ, ສາມາດ
ບິນໄດ້ຕໍ່ເນື່ອງ 40 ຊົ່ວໂມງ. ນອກຈາກນັ້ນ T-Heron ຍັງສາມາດມີນໍ້າໜັກໃນເວລາບິນຂຶ້ນທຳອິດ 5.300 ກິໂລກຣາມ, ບັນທຸກໜັກ180 ກິໂລກຣາມ ເພື່ອບັນທຸກ
ອຸປະກອນເອເລັກໂຕຣນິກ, ລູກສອນໄຟຮັບໃຊ້ໃນການສອດແນມສືບຂ່າວ, ຍິງສະໜັບສະໜູນໃນການໂຈມຕີເປົ້າໝາຍທາງພາກພື້ນດິນ.