ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ສົ່ງ​ນັກ​ບິນ​ອາ​ວະ​ກາດ​ຂຶ້ນສູ່​ສະຖານ​ນີຈັກກະວານ​ສາກົນ


ຍານອາວະກາດ Soyuz MS-18

     ສຳນັກຂ່າວ ທາດ ລາຍງານໃນ ວັນທີ 16 ເມສານີ້ວ່າ: ລູກສອນໄຟ Soyuz ຂອງ ຣັດເຊຍ ໄດ້ສົ່ງຍານອາວະກາດທີ່ມີຄົນຂັບ Soyuz MS-18
ບິນຂຶ້ນສູ່ສະຖານີຈັກກະວານສາກົນຈາກສະໜາມບິນຈັກກະວານ Baiko­nur ຢູ່ ກາຊັກສະຖານຢ່າງສຳເລັດຜົນ.

     ຍານອາວະກາດ Soyuz MS-18 ບັນຈຸ 3 ຄົນ ໃນນັ້ນມີນັກບິນອາວະກາດຊາວ ຣັດເຊຍ 2 ຄົນ ແລະ ນັກບິນອາວະກາດຊາວ ອາເມລິກາ 1 ຄົນ.
ກຸ່ມບໍລິສັດການບິນຈັກກະວານ ຣັດເຊຍ ປະກາດວ່າ: ຍານອາວະກາດ Soyuz MS-18 ໄດ້ໄປຮອດສະຖານີຈັກກະວານສາກົນ ພາຍຫຼັງເດີນທາງເປັນເວ
ລາ 3 ຊົ່ວໂມງ 25 ນາທີ. ນັກບິນ 3 ທ່ານ ຈະຢູ່ຕໍ່ສະຖານີຈັກ ກະວານສາກົນຢ່າງໜ້ອຍ 191 ວັນ ແລະ ປະຕິບັດໜ້າທີ່ຢູ່ຮ່ວງອາວະກາດ.

     ສະຖານີຈັກກະວານສາກົນຈະໝົດອາຍຸໃນປີ 2024. ເຖິງຢ່າງໃດກໍຕາມ, ລັດຖະບານ ຣັດເຊຍ ໄດ້ຕັດສິນໃຈຕໍ່ກຳນົດເວລາຮອດປີ 2028 ແລະ ປັດ
ຈຸບັນພວມເຈລະຈາບັນດາປະເທດ ກ່ຽວຂ້ອງເພື່ອເລື່ອນວັນເວລາຮັບໃຊ້ຂອງສະຖານນີດັ່ງກ່າວຮອດ ປີ 2030.