ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ສົ່ງ​ຍານ​ອາ​ວະ​ກາດ​ສຳຫຼວດຮອບ​ດາວ​ອັງຄານ​ສຳ​ເລັດ


ຍານ​ອາ​ວະ​ກາດ​ສຳຫຼວດດາວ​ອັງຄານ

     ສື່ມວນຊົນທາງການ ຈີນ ລາຍງານວ່າ: ຍານອາວະກາດ ທຽນເຫວີນ-1 ສາມາດເດີນທາງໄປເຖິງວົງໂຄຈອນຮອບດາວອັງຄານສໍາເລັດແລ້ວ, ຖືໄດ້
ວ່າເປັນບາດກ້າວສໍາຄັນຂອງ ໂຄງການດ້ານອາວະກາດຂອງຈີນ ລວມເຖິງການສົ່ງຍານອາວະກາດສໍາຫຼວດໄປລົງພື້ນຜິວດາວອັງຄານ.

     ສໍານັກງານດ້ານອາວະກາດແຫ່ງຊາດຈີນ (CNSA ) ຖະແຫຼງການວ່າ: ຍານອາວະກາດ ທຽນເຫວີນ-1 ໄດ້ສົ່ງເຂົ້າສູ່ວົງໂຄຈອນຮອບດາວອັງຄານສໍາ
ເລັດ ໂດຍຖືເປັນຍານອາວະກາດລຳທໍາອິດຂອງ ຈີນ ທີ່ສາມາດໂຄ ຈອນຮອບດາວອັງຄານເພື່ອສໍາຫຼວດໄດ້ສຳເລັດ.

     ສໍານັກງານດ້ານອາວະກາດແຫ່ງຊາດຂອງ ຈີນ ລະບຸວ່າ: ລະຫວ່າງເດືອນ ພຶດສະພາ ຫຼື ເດືອນ ມິຖຸນານີ້ ຍານອາວະກາດທຽນເຫວີນ-1 ຈະພະຍາຍາມ
ສົ່ງອຸປະກອນທີ່ບັນຈຸຍານສໍາຫຼວດທີ່ມີນໍ້າໜັກ 240 ກິໂລກຣາມລົງເທິງພື້ນຜິວຂອງດາວອັງຄານ ໃນພາກສ່ວນທີ່ມີພື້ນທີ່ກວ້າງໃຫຍ່ເບື້ອງຊີກໂລກເໜືອ
ຫຼື ເອີ້ນກັນວ່າ: ຢູໂທ ປຽນພານິທຽນ. ຖ້າຫາກທຸກຢ່າງເປັນໄປຕາມທີ່ຄາດການໄວ້ຍານສໍາຫຼວດດາວອັງຄານ ຈະປະຕິບັດພາລະກິດການສຶກສາດິນ ແລະ
ຮ່ອງຮອຍຂອງນໍ້າເທິງດາວອັງຄານ ລວມທັງຄົ້ນຫາສັນຍານຂອງສິ່ງທີ່ມີຊີວິດເປັນເວລາ 90 ວັນ.