ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ຊີຣີ ຕິດຕັ້ງລະບົບສະກັດລູກປືນຄົກຂອງກຸ່ມກະບົດ


     ຕາມການລາຍງານຂອງສໍານັກຂ່າວ ຊິນຮວາ ໃຫ້ຮູ້ວ່າ: ຫຼັງຈາກພວກກະບົດຍິງລູກປືນຄົກ ມາເປັນເວລາຫຼາຍປີໃສ່ເຂດທີ່ຢູ່ອາໄສຂອງປະຊາຊົນ ແລະ ຄ້າຍທະຫານ
ໃນຕົວ ເມືອງ ອາເລບໂປ ທາງພາກເໜືອຂອງຊີຣີ, ເຊິ່ງທາງ ກອງທັບ ຊີຣີ ໄດ້ຕິດຕັ້ງລະບົບສະກັດລູກປືນຄົກຂອງກຸ່ມກະບົດເປັນທີ່ຮຽບຮ້ອຍ ພາຍຫຼັງທີ່ໄດ້ໃຊ້ກໍາລັງທະ
ຫານໃນການບຸກເບີກພື້ນທີ່.

     ເມືອງອາເລບໂປໄດ້ຮັບການປົດປ່ອຍໃນປີ 2016, ແຕ່ເທສະບານແຂວງ ອາເລບໂປ ຍັງຄົງຖືກໂຈມຕີດ້ວຍການຍິງ ລູກປືນຄົກ ໂດຍພວກກະບົດໃນ ເຂດຕາເວັນຕົກ
ແລະ ທິດຕາເວັນຕົກສ່ຽງເໜືອ ຂອງເມືອງ ດັ່ງ ກ່າວ, ເຊິ່ງໄດ້ເຮັດໃຫ້ປະຊາຊົນລົ້ມຕາຍຢ່າງຫຼວງຫຼາຍ.

     ຈາກຜົນສໍາເລັດໃນການຕິດຕັ້ງການໂຈມຕີດ້ວຍປືນຄົກ ກ່ໍຍ້ອນກອງທັບຊີຣີທີ່ໄດ້ຮັບການສະໜັບສະໜູນຈາກກອງທັບ ຣັດເຊຍ ໄດ້ເປີດການບຸກໂຈມຕີຂະໜາດ
ໃຫຍ່ຢູ່ໃນເຂດຊົນນະບົດຂອງແຂວງ ອາເລບໂປ ແລະ ເຂດຊົນນະບົດຂອງ ແຂວງ ອິດລິບ ທາງພາກຕາເວັນຕົກສ່ຽງ ເໜືອຂອງ ຊີຣີ.

     ຈາກການປະຕິບັດການທາງທະຫານໄດ້ເຮັດໃຫ້ ກອງທັບ ຊີຣີ ໄດ້ຍຶດເອົາພື້ນທີ່ສຳຄັນຕ່າງໆ ໃນເຂດຊົນນະບົດຂອງແຂວງອິດລິບທັງເປັນການຮັບປະກັນໃຫ້ແກ່ທາງ
ພາກຕາເວັນຕົກສ່ຽງເໜືອ ແລະ ຕາເວັນຕົກຂອງ ເມືອງ ອາເລບໂປ. ພ້ອມທັງເປີດເສັ້ນທາງຫຼວງລະຫວ່າງນະຄອນຫຼວງດາມັດສະກັດສກັບ ອາເລບໂປ ທີ່ຖືກຕັດຂາດ
ໂດຍພວກກະບົດນັບຕັ້ງແຕ່ປີ 2012.

     ກອງທັບຊີຣີໄດ້ອອກຖະແຫຼງການໃນວັນຈັນທີ່ຜ່ານມາວ່າ: ບ້ານເມືອງຫຼາຍສິບແຫ່ງ ໄດ້ກັບຄືນຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ.

     ໃນຄະນະດຽວກັນ ທ່ານ ບາຊາ ອັດຊາດ ຜູ້ນໍາຂອງ ຊີຣີ ກ່າວວ່າ: ການສູ້ຮົບເພື່ອຢຶດເອົາທຸກພື້ນທີ່ໃນ ອາເລບໂປ ແລະ ອິດລິບ ເຂດຊົນນະບົດທາງພາກເໜືອຂອງ ຊີຣີ
ທີ່ກຳລັງດໍາເນີນຢູ່ນັ້ນ ແມ່ນການສູ້ຮົບເພື່ອປົດປ່ອຍດິນແດນທັງໝົດຂອງ ຊີຣີ ທັງເປັນການລຶບລ້າງການກໍ່ການຮ້າຍໃຫ້ໝົດສິ້ນ.