ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍລະມັນ ສໍາເລັດການຕິດຕັ້ງປືນໃຫຍ່​ໃສ່​ລົດ​ຕັງ T-14 Armata


ລົດຕັງລຸ້ນ T-14 Armata

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ບໍລິສັດຜະລິດອຸປະກອນດ້ານການທະຫານຂອງ ເຢຍລະມັນ ໄດ້ສໍາເລັດການຕິດ
ຕັ້ງປືນໃຫຍ່ NG-130 ຂະໜາດ 130 ມມ, ໃສ່ລົດຕັງ ລຸ້ນ T-14 Armata ຜະລິດໂດຍ ຣັດເຊຍ, ເຊິ່ງປັດຈຸບັນຍັງຢູ່ໃນຂັ້ນຕອນການທົດລອງ ແລະ
ຄາດວ່າຈະນໍາເຂົ້າປະຈໍາການໃນກອງທັບໃນມໍ່ໆນີ້.

     ພາຍຫຼັງສົງຄາມເຢັນໄດ້ສີ້ນສຸດລົງ, ຫຼາຍປະເທດໃນ ເອີຣົບ ໄດ້ສຸມໃສ່ພັດທະນາບັນດາພາຫະນະສູ້ຮົບລຸ້ນຕ່າງໆ ຂອງກອງທັບຕົນເພື່ອໃຫ້ມີຄວາມ
ທັນສະໄໝ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນສະໜາມຮົບຕົວຈິງຂອງຍຸກສະໄໝ. ເມື່ອປີ 2015 ຜ່ານມາ ຣັດເຊຍ ກໍໄດ້ສໍາເລັດ
ການພັດທະນາລົດຕັງ T-14 Armata ເຊິ່ງເປັນລຸ້ນທີ່ມີຄວາມໂດດເດັ່ນ ແລະ ທັນສະໄໝກວ່າລົດຕັງລຸ້ນທີ່ຜ່ານມາເຊັ່ນ:  T-72, T-80, T-90 ຂອງ
ຣັດເຊຍ ເພາະ T-14 Armata ເປັນລົດຕັງ ທີ່ຜະລິດຂຶ້ນໃໝ່ທັງໝົດເຊິ່ງບໍ່ໄດ້ຍົກລະດັບຄືລຸ້ນອື່ນ.

     ຜູ້ຊ່ຽວຊານດ້ານການທະຫານຂອງ ເອີຣົບ ກ່າວວ່າ: T-14 Armata ຂອງ ຣັດເຊຍ ເປັນລົດຕັງທີ່ມີຂະໜາດໃຫຍ່ ເຊິ່ງສາມາດຮອງຮັບການຕິດຕັ້ງ
ປືນໃຫຍ່ 152 ມມ, ໄດ້ຢ່າງລົງຕົວ ແລະ ມີຄວາມສາມາດຍິງທໍາລາຍເປົ້າໝາຍໄດ້ໄກເຖີງ 10 ກິໂລແມັດ, ນອກຈາກນັ້ນເລົາຍິງຂອງປືນໃຫຍ່ຍັງສາ
ມາດຍິງລູກສອນນໍາວິຖີໄດ້ອີກດ້ວຍ.