ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະບົບກວດສອບທໍາລາຍລະເບີດຄວບຄຸມດ້ວຍຣີໂໝດລຸ້ນ ເອັມ 160


     ລະບົບກວດສອບທໍາລາຍລະເບີດຄວບຄຸມດ້ວຍຣີໂໝດລຸ້ນ ເອັມ 160 ( M-160 ) ຖືກອອກແບບມາເພື່ອຮັບໃຊ້ທະຫານຊ່າງແສງຂອງກອງທັບບົກ ສະຫະລັດອາເມ
ຣິກາ ແລະ ເໝາະສົມໃນການນໍາໃຊ້ກວດສອບທໍາລາຍລະເບີດຢູ່ເຂດຫ່າງໄກສອກຫຼີກ, ລະບົບດັ່ງກ່າວໃຊ້ຍານບໍ່ມີຄົນຂັບທີ່ຄວບຄຸມດ້ວຍຣີໂໝດເປັນພາຫະນະໃນການ
ປະຕິບັດງານ.

     ຍານບໍ່ມີຄົນຂັບດັ່ງກ່າວຖືກຄວບຄຸມດ້ວຍຣີໂໝດ ແລະ ການຄວບຄຸມນັ້ນແມ່ນຄວບຄຸມຕາມເວລາປະຕິບັດງານຕົວຈິງຂອງຍານ, ເຊິ່ງຜູ້ຄວບຄຸມສາມາດຄວບຄຸມ
ລະບົບດັ່ງກ່າວ ໄດ້ທັງໃນຕໍາແໜ່ງທີ່ຜູ້ຄວບຄຸມຢູ່ເທິງ ແລະ ຢູ່ນອກຫ່າງໄກຈາກຍານ.

     ລະບົບກວດສອບທໍາລາຍລະເບີດຄວບຄຸມດ້ວຍຣີໂໝດລຸ້ນ ເອັມ 160 ປະກອບດ້ວຍລະບົບການສື່ສານທີ່ສາມາດສົ່ງຂໍ້ມູນລາຍລະອຽດການເຮັດວຽກຕ່າງໆ ໃຫ້ແກ່
ຜູ້ຄວບຄຸມ, ສ່ວນເຄື່ອງຈັກ ແລະ ອົງປະກອບສໍາຄັນຕ່າງໆ ຂອງຍານແມ່ນຖືກຫຸ້ມຫໍ່ດ້ວຍເຫຼັກຫຸ້ມເກາະ ທີ່ແໜ້ນໜາສາມາດປ້ອງກັນສະເກັດລະເບີດໄດ້.

     ປະຕິບັດການກວດສອບທໍາລາຍລະເບີດແມ່ນດໍາເນີນໂດຍ ການໃຊ້ການເຄື່ອນທີ່ດ້ວຍຄວາມໄວສູງ, ເຄື່ອງຈັກສາມາດຂຸດເຈາະ ແລະ ບົດດິນໄດ້ເລິກ 5,8 ຊັງຕີ
ແມັດ, ອີງຕາມສະພາບຂອງດິນ, ເຊິ່ງການຂຸດເຈາະດັ່ງກ່າວອາດສົ່ງຜົນໃຫ້ລະເບີດທີ່ວາງໄວ້ລະເບີດຂຶ້ນ.