ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາພັດທະນາເທັກໂນໂລຢີເກັບກູ້ລະເບີດແບບ​ໃໝ່


     ຕາມຂ່າວຈາກ QDND Online ລາຍງານໃນວັນທີ 15 ພະຈິກ ນີ້ວ່າ: ກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ຮ່ວມກັບອົງການຮັບຜິດຊອບບັນດາໂຄງການ
ຜະລິດອາວຸດໃນອານາຄົດ (DARPA) ກໍາລັງພັດທະນາເທັກໂນໂລຢີເກັບກູ້ລະເບີດແບບໃໝ່ ທີ່ມີຄວາມຄ້າຍຄືກັບເຄື່ອງກວດຈັບເຊື້ອແບັກທີເຣຍ, ໂດຍການນໍາໃຊ້ການ
ກວດຈັບແບບພິເສດທີ່ມີຄວາມລະອຽດອ່ອນຕໍ່ວັດຖຸລະເບີດ. ເຊິ່ງມີຄວາມແຕກຕ່າງຈາກອຸປະກອນເກັບກູ້ລະເບີດແບບເກົ່າ.

     ເພື່ອພັດທະນາເຕັກໂນໂລຢີເກັບກູ້ລະເບີດແບບໃໝ່ນີ້ ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາໄດ້ເຊັນສັນຍາກັບບໍລິສັດ Raytheon ເພື່ອພັດທະນາອຸປະກອນ
ທີ່ມີຄວາມສາມາດກວດຈັບລະເບີດທີ່ມີຄວາມໄວສູງຕໍ່ລະເບີດຝັງດິນ ແລະ ລະເບີດທີ່ບໍ່ທັນແຕກໃນດິນ.

     ບໍລິສັດ Raytheon ໄດ້ກ່າວວ່າ: ເທັກໂນໂລຢີເກັບກູ້ລະເບີດແບບໃໝ່ຮຸ່ນນີ້ມີປະສິດທິຜົນສູງ ແລະ ມີຄວາມຮັບປະກັນຄວາມປອດໄພໃຫ້ນັກເກັບກູ້ລະເບີດ ຫຼາຍ
ຖ້າທຽບໃສ່ອຸປະກອນເກັບກູ້ລະເບີດແບບເກົ່າ.

     ປັດຈຸບັນເຖິງວ່າຈະມີເຄື່ອງມືສະໜັບສະໜູນການເກັບກູ້ລະເບີດ, ແຕ່ກໍຍັງມີຄວາມສ່ຽງຫຼາຍເມື່ອອາໄສອຸປະກອນເກັບກູ້ລະເບີດທີ່ຈັບດ້ວຍມື, ກ້ອງຖ່າຍຮູບຈັບຄວາມ
ຮ້ອນ ຫຼື ເຄື່ອງມືເກັບກູ້ລະເບີດຮຸ່ນອື່ນທີ່ໄດ້ຮັບການເຝິກອົບຮົມໃນໄລຍະຜ່ານມາ.