ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫູຟັງບໍ່ມີສາຍ​ໃຊ້​ງານ​​ເຊື່ອມ​ກັບ Office 365 ​ໄດ້


ຫູຟັງບໍ່ມີສາຍ

     ບໍລິສັດ Microsoft ໄດ້ເປີດໂຕ Surface Earbuds ຫູຟັງບໍ່ມີສາຍຮູບແບບວົງກົມ ພ້ອມລະບົບຕັດສຽງລົບກວນຈາກພາຍນອກ ທີ່ມອບປະສົບປະການທີ່ດີໃຫ້ກັບ
ຜູ້ໃຊ້ເຊິ່ງ Surface Ear-buds ເປັນໂຕຕໍ່ຈາກ Surface Headphones ທີ່ເປີດໂຕໄປກ່ອນໜ້ານີ້ເປັນຫູຟັງແບບຄອບຫູແຕ່ນີ້ເປັນແບບ Earbuds ສວມໃສ່ໄດ້ສະ
ດວກສະບາຍຮູບແບບສວຍງາມ ແລະ ຍັງສາມາດໃຊ້ງານເຊື່ອມຕໍ່ກັບຜະລິດຕະພັນ ຂອງ Microsoft ໄດ້ອີກດ້ວຍ.

     ໂຕຫູຟັງສາມາດສັ່ງງານໂດຍໃຊ້ຮູບແບບຕ່າງໆເຊັ່ນ: ການປັດ ແລະ ການແຕະກັບການປ່ຽນເພງ, ການໂທການປັບຫຼຸດສຽງ ແລະ ການຮຽກໃຊ້ລະບົບເຊື່ອມຕໍ່ກັບຫູຟັງ
ທີ່ສາມາດເຊື່ອມຕໍ່ໄດ້ກັບທຸກໆແພລດຟອມ ແຕ່ໃນແອນດຣອຍ ນັ້ນຈະສາມາດໃຊ້ງານຟີເຈ Swift Pair ເພື່ອເຊື່ອມຕໍ່ກັບສະມາດໂຟນໄດ້ຢ່າງວອງໄວ ແລະ ການຫຼິ້ນ
ເພງຈາກ Spotify ໂດຍການແຕະພຽງ 3 ຄັ້ງ. ນອກຈາກ ນີ້ຫູຟັງຍັງຮອງຮັບການໃຊ້ງານ ຮ່ວມກັບ Office 365 ເຊັ່ນ: ການເຂົ້າເຖິງອີເມວ ແລະ ປະຕິທິນຜ່ານການ
ຄວບຄຸມດ້ວຍສຽງ, ການພີມເອກະສານໂດຍໄຊ້ສຽງ ແລະ ການພຣີເຊັນງານດ້ວຍ PowerPoint ທີ່ສາມາດເລື່ອນສະໄລ ແລະ ຂຶ້ນຊັບໄຕເຕີ້ ຫຼື ຖ່າຍທອດສົດໃນໜ້າຈໍ
ແລະ ຍັງແປພາສາໄປໄດ້ອີກເຖິງ 60 ພາສາ.

     ນອກນັ້ນໃນການສາກຄັ້ງໜຶ່ງສາມາດໃຊ້ໄດ້ 8 ຊົ່ວໂມງ ແລະ ມີເຄສສາກທີ່ສາມາດສາກໄດ້ອີກ 2 ຮອບ ເຮັດໃຫ້ສາມາດໃຊ້ໄດ້ລວມປະມານ 24 ຊົ່ວໂມງໂດຍ ໂຕ
ເຄສສາກ ຈະສາກຜ່ານ USB-C ລາຄາວາງຈໍາໜ່າຍໃນລາຄາ 249 ໂດລາ.