ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບສິງກະໂປເປີດໂຕລົດຫຸ້ມເກາະ Hunter (AFV)


ລົດຫຸ້ມເກາະ Hunter (AFV)

     ຕາມສື່ອອນລາຍການທະຫານຕ່າງປະເທດລາຍງານໃຫ້ຮູ້ວ່າ: ກອງທັບສິງກະໂປໄດ້ເປີດໂຕລົດຫຸ້ມເກາະ Hunter Armoured Fighting Vehicle (AFV) ຮຸ່ນ
ໃໝ່ທີ່ໃຊ້ເທັກໂນໂລຢີດີຈີຕອນທັງໝົດ, ມີລະບົບເຊນເຊີທີ່ທັນສະໄໝ ຊ່ວຍອໍານວຍໃນການສູ້ຮົບຢ່າງມີປະສິດທິພາບ ແລະ ແມ້ນຢໍາ ແລະ ການປ້ອງກັນໃຫ້ກັບທະ
ຫານຮາບ.

     ລົດ Hunter AFV ຮຸ່ນນີ້ຈະນໍາມາທົດແທນລົດຫຸ້ມເກາະແບບ M113A2 Ultra ທີ່ປະຈຳການມາຕັ້ງແຕ່ ປີ 1970. ລົດມີຄວາມຍາວ 6,9 ແມັດ, ກວ້າງ3,4
ແມັດ, ສູງ 3,4 ແມັດ, ນໍ້າໜັກ 29,5 ໂຕນ, ຄວາມໄວສູງສຸດ 70 ກິໂລແມັດຕໍ່ຊົ່ວໂມງ, ໄລຍະປະຕິບັດການໄກສຸດ 500 ກິໂລ ແມັດ, ຂຶ້ນທາງຊັນໄດ້ 60%, ສາມາດ
ຂ້າມສິ່ງກີດຂວາງທີ່ມີຄວາມສູງ 0,6 ແມັດ ແລະ ຂ້າມຮ່ອງທີ່ກ້ວາງ 2,1 ແມັດ, ທີມງານ ມີ 3 ຄົນ (ຫົວໜ້າ, ຄົນຂັບລົດ ແລະ ຜູ້ຍິງປືນ), ບັນຈຸທະຫານພ້ອມອາວຸດ
ຄົບມືໄດ້ 8 ຄົນ(ບໍ່ ນັບທີມງານ). ອາວຸດທີ່ມີຄືປືນໄຣເຟີນຄວບຄຸມດ້ວຍລີໂມດ Rafael Samson 30 ມມ, ຕິດຕັ້ງປືນ Orbital ATK 30 ມມ ພ້ອມກະສູນ 230
ນັດ, ປືນ ກົນ7,62 ມມ ພ້ອມດ້ວຍກະສູນ500 ນັດ, ຈະຫຼວດຕໍ່ຕ້ານລົດຕັງ Spike 2 ລູກ ແລະ ທໍ່ຍິງລູກຄວັນ 76 ມມຈຳນວນ 8 ທໍ່.

     ນອກຈາກນີ້ແຫຼ່ງຂ່າວຍັງໃຫ້ຮູ້ອີກວ່າ: ລົດ Hunter ທີ່ຈະມາຮັບໃຊ້ໃນກອງທັບບົກສິງກະໂປມີ 5 ແບບຄື: ລົດສູ້ຮົບ, ລົດບັນຊາ, ລົດສ້າງຂົວ, ລົດຊ່າງແສງ ແລະ
ລົດສ້ອມແປງໂດຍຈະມີການເປີດໂຕຕໍ່ສາທາລະນະຊົນໃນວັນທີ 9 ສິງຫາທີ່ຈະມາເຖິງນີ້ ແລະ ທາງສິງກະໂປຈະມີການເຝິກອົບຮົມເຈົ້າໜ້າທີ່ຊຸດທຳອິດພາຍໃນປີນີ້ ແລະ
ພ້ອມໃຊ້ງານ ໃນກອງພັນທະຫານຮາບ 42 ທີ່ເປັນກອງພັນທໍາອິດຂອງລົດ ຮຸ່ນ Hunter AFV ໃນປີ 2020.

     ປັດຈຸບັນກອງທັບສິງກະໂປມີລົດຫຸ້ມເກາະຫຼາຍຊະນິດຈໍານວນຫຼາຍກ່ວາ 2.500 ຄັນ, ໃນນີ້ ສ່ວນຫຼາຍແມ່ນລົດທີ່ປະກອບໃຫ້ໃໝ່ເຊິ່ງຜະລິດຢູ່ພາຍໃນປະເທດເອງ
ດັ່ງເຊັ່ນ: ລົດ Bionix II, Terrex AV-81 ແລະ ດຽວນີ້ແມ່ນລົດ Hunter AFV.