ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍຈີນໃຊ້ຫຸ່ນຍົນ​ເປັນ​ຜູ້​ຊວ່ຍ​ແພດ​ຜ່າຕັດ


ຫຸ່ນຍົນເປັນຜູ້ຊ່ວຍໃນການຕຶງກະດູກຂາ

     ໂຮງໝໍຈີນໄຊນ່າເດລີໄດ້ເປີດເຜີຍພາບແພດໃນໂຮງໝໍຫວູ່ອັ່ນໃນມົນທົນຫູເປີ່ຍ ປະເທດ ຈີນຜ່າ ຕັດໂດຍມີຫຸ່ນຍົນເປັນຜູ້ຊ່ວຍໃນການຕຶງກະດູກຂາຫັກຂອງຜູ້ປ່ວຍ
ນັບເປັນຄັ້ງທຳອິດທີ່ຫູເປີ່ຍ ໃຊ້ແຂນຫຸ່ນຍົນເພື່ອດຳເນີນການຜ່າຕັດ ໂດຍຫຸ່ນຍົນຮຸ່ນນີ້ເປັນຫຸ່ນຍົນທີ່ພັດທະນາໃນປະເທດ ແລະ ເປັນຮຸ່ນທີ່ສາມເຊິ່ງມີຄວາມແມ້ນຢຳສູງ
ໃນການຜ່າຕັດເຖິງແມ່ນເປັນຄັ້ງທຳອິດໃນຫູເປີ່ຍແຕ່ບໍ່ແມ່ນຄັ້ງທຳອິດຂອງປະເທດຈີນໂດຍກ່ອນໜ້ານີ້ ໂຮງໝໍຈີນໄດ້ເລີ່ມພັດທະນາການໃຊ້ຫຸ່ນຍົນໃນການຜ່າຕັດກະດູກ
ມາແລ້ວ.

     ການຜ່າຕັດຜ່ານພົ້ນໄປດ້ວຍດີໂດຍໃຊ້ເວລາພຽງແຕ່ເຄິ່ງຊົ່ວໂມງ ເຊິ່ງຜູ້ປ່ວຍມີແຜຈາກການຜ່າຕັດພຽງແຕ່ 1 ຊັງຕີແມັດ ແລະ ເສຍເລືອດໄປໃນປະລິມານຈຳກັດ
ນອກຈາກນີ້ ເຂົາຍັງສາມາດລຸກຂຶ້ນຈາກຕຽງໃນວັນຖັດມາກ່ອນທີ່ຈະຟື້ນຟູຮ່າງກາຍຈົນສົມບູນໄດ້ພາຍໃນໜຶ່ງອາທິດເຊິ່ງໄວກວ່າການຜ່າຕັດດ້ວຍວິທີປົກກະຕິເຊິ່ງໃຊ້
ເວລາພັກຟື້ນກວ່າ 2 ອາທິດ ແລະ ຜູ້ປ່ວຍເສຍເລືອດຫຼາຍ.

     ຫຸ່ນຍົນທຽນຈີ້ເປັນຫຸ່ນຍົນທີ່ມີມູນຄ່າກວ່າ 15 ລ້ານຢວນເຊິ່ງ ເປັນຫຸ່ນຍົນຜ່າຕັດກະດູກຕົວດຽວໃນໂລກທີ່ສາມາດດຳເນີນການຜ່າຕັດກະດູກສ່ວນແຂນ ແລະ ກະ
ດູກສ່ວນຕ່າງໆໄດ້. ທັ້ງນີ້ລະບົບການຮັບຮູ້ຂອງຫຸ່ນຍົນສາມາດສະແກນດ້ວຍລະບົບສາມມິຕິ ເພື່ອສ້າງແຜ່ນພາບຂອງກະດູກ ແລະ ຕິດຕາມຂະບວນການຜ່າຕັດທັງໝົດ.