ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ທົດ​ລ​ອງ​​​ເຮືອບິນ​ສະ​ເ​​​​​ທື​​ອນນໍ້າສະເທືອນບົກລໍ​າຫນາດໃຫຍ່ທີ່ສຸດໃນ​ໂລກ


     ສຳນັກຂ່າວຊິນຮວ້າລາຍງານເມື່ອວັນທີ 10 ມີນາ 2019 ວ່າ: ບໍລິສັດການບິນອຸດສາຫະກຳແຫ່ງຊາດຈີນປະກາດວ່າ ຫລັງຈາກທີ່ທົດລອງແລ່ນເທິງບົກ ແລະ ເທິງ
ນ້ຳໄປແລ້ວຈີນກຽມບິນທົດລອງເຮືອບິນສະ ເທືອນນຳ້ສະເທືອນບົກຂະຫນາດໃຫຍ່ AG600 ຈຳນວນ 4 ລຳເພື່ອເອື້ອຕໍ່ການຂໍຮັບຮອງຕາມທີ່ວາງໄວ້. ເຮືອບິນຮຸ່ນນີ້
ໄດ້ຮັບການອອກແບບມາໃຫ້ເປັນເຮືອບິນສະເທືອນນຳ້ສະເທືອນບົກທີ່ໃຫຍ່ທີ່ສຸດໃນໂລກ, ພັດທະນາຂຶ້ນມາເພື່ອຊ່ວຍໃນການຕໍ່ສູ້ກັບໄຟປ່າ ແລະ ການໃຫ້ຄວາມຊ່ວຍ
ເຫລືອທາງນຳ້. ໄດ້ບິນຄັ້ງທຳອິ​ດເມື່ອເດືອນທັນວາ ປີ 2017 ແລະ ທົດລອງຂຶ້ນບິນ-ລົງຈອດໃນນຳ້ສຳເລັດເປັນຄັ້ງທຳອິດເມື່ອເດືອນຕຸລາປີ 2018.

     ເຮືອບິນຮຸ່ນນີ້ສາມາດປະຕິບັດການກູ້ໄພທາງທະເລໄດ້ໃນສະພາບທີ່ຊັບຊ້ອນອີກທັງສາມາດທົນຕໍ່ຄື້ນສູງສອງແມັດໄດ້ໃນພາລະກິດຄົ້ນຫາ ແລະ ຊ່ວຍເຫລືອທາງທະ
ເລ, ສາມາດບັນທຸກຄົນໄດ້ 50 ຄົນ, ນອກຈາກນີ້ຍັງມີສ່ວນຊ່ວຍໃນດ້ານການເຝົ້າລະວັງທາງທະເລຂອງປະເທດໄດ້ອີກດວ້ຍ. ນອກຈາກການເພີ່ມປະສິດທິ ພາບດ້ານ
ການອອກແບບໂຄງສ້າງ ແລະ ລະບົບແລ້ວເຈົ້າຫນ້າທີ່ຍັງປັບປຸງຄວາມສາມາດໃນການແບກຮັບນຳ້ຫນັກສູງສຸດຂອງເຮືອບິນ, ການຕິດຕັ້ງອຸປະກອນປັບແຮງດັນອາກາດ
ພາຍໃນເຄື່ອງລວມເຖິງປັບປຸງລະບົບດັບເພີງ ແລະ ລະບົບໃຫ້ຄວາມຊ່ວຍເຫລືອສຸກເສີນ.